ຊຸມຂ້ອຍຜູ້ປະກັນກະສະບາຍໃຈແລະພໍໃຈກັນທັງສອງຄົນ…

ຊຸມເຈົ້າຄືເສົ້າແທນ ? ປະກັນຊື່ໆບໍ່ໄດ້ຕາຍຈາກກັນ !!!
ລູກກະຍັງຊ່ວຍກັນລ້ຽງຢູ່ 🧐
ຊົມຄລິບ.
ກ່ອນນີ້.
ກະຈ່າງແຈ້ງ ເທີ ຢູນາ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວມື້ເອົາກະບອກ ມື້ເລີກກະຂໍບອກເດີ້ເພື່ອຄວາມກະຈ່າງແຈ້ງແລະຊັດເຈນ11/11/2019 ສະຫຼະໂສດ 11/11/2022
ໂສດຮອດມື້ນີ້ພວກເຮົາສອງຜົວເມຍຕັດສິນໃຈຕົງກັນແລ້ວວ່າການຈົບກັນຄືທາງທີ່ເຮົາເລືອກ ຄວາມສຳພັນຂອງຜົວເມຍຂາດໄປແລ້ວ ແຕ່ຄວາມເປັນພໍ່ແລະເປັນແມ່ໃຫ້ທາດາບໍ່ມີມື້ຂາດ.
ມ່ອມກະຍັງເຮັດໜ້າທີ່ແມ່ດູແລລູກ ລຸງກະເຮັດໜ້າທີ່ພໍ່ທີ່ຊ່ວຍລ້ຽງລູກທາງດ້ານຄ່າໃຊ້ຈ່າຍແລະເວລາ ຍັງພາອ້າຍທາດາຂີ່ລົດເລາະທຸກມື້ທີ່ລຸງວ່າງຄືເກົ່າແລະລຸງຈະພະຍາຍາມເຮັດໜ້າທີ່ພໍ່ທີ່ດີ.
ສ່ວນລຸງກັບເມຍກະຍັງເວົ້າກັນຄືເກົ່າບໍ່ໄດ້ຜິດຫຼືຮ້າຍກັນຕັ້ງແຕ່ມື້ເອົາກັນຈົນຮອດມື້ທີ່ປະກັນເພາະການຈະປະຮ້າງກັນບໍ່ຈຳເປັນຕ້ອງຖ້າໃຫ້ເຖິງຈຸດທີ່ຜິດກັນດ່າກັນຫຼືຕົບຕີກັນ.
ຖ້າຮອດຈຸດນັ້ນມັນຊິແນມໜ້າກັນບໍ່ຕິດ ຢູ່ນຳກັນແລ້ວບໍ່ມີຄວາມສຸກກະແຍກຍ້າຍນັ້ນຄືສິ່ງທີ່ເຮົາສອງຄົນໄດ້ເລືອກແລ້ວ ບໍ່ມີຫຍັງຫຍຸ້ງຍາກຊັບຊ້ອນແລະບໍ່ມີຫຍັງຊີຣຽສ ພວກເຮົາຍັງຮັກແພງກັນດີ.
ຂອບເຈີ#ເທີຢູນາ