ເຈົ້າເຊຍທີມໃດ ບ່າວຊຽງຂວາງ ຫຼື ບ່າວນະຄອນຫຼວງ ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ມື້ແລງຮອບຕັດສິນໃຜຈະເປັນແຊັມ

ຊຽງຂວາງ ຫຼື ນະຄອນຫຼວງ ຈະໄດ້ເປັນແຊມປີນີ້ ລຸ້ນກັນ.

ໃນການແຂ່ງຂັນ ບານເຕະແຫ່ງຊາດປະຈຳປີ 2022 ຮອບຊິງຊະນະເລີດ ມື້ແລງນີ້ 12 ພະຈິກ 2022ເຊີນຊົມການແຂ່ງຂັນບານເຕະແຫ່ງຊາດປະຈຳປີ 2022 ຮອບຊິງຊະນະເລີດ.

ແຂວງ ຊຽງຂວາງ ພົບ ນະຄອນຫຼວງວຽງຈັນ ວັນເສົາ 12/11/2022 ເວລາ 16:00ສະຫນາມກິລາແຫ່ງຊາດ ຫຼັກ16 ສະໜາມໃນ ເຂົ້າຊົມຟຣີ.

ໃຜທີ່ບໍ່ສະດວກໄປຊົມທີ່ສະໜາມ ສາມາດຕິດຕາມ ການຖ່າຍທອດສົດ ທາງໂທລະພາບລາວສະຕຣາ, ເຟສບຸກ, Youtube ແລະ Elevensports.

ພິເສດ ພາຍໃນງານມີກິດຈະກຳແຈກໃຫ້ກັບແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ ພິເສດໄປກວ່ານັ້ງຍັງມີການສະແດງຮ້ອງເພງຈາກນັກຮ້ອງທີ່ມີຊື່ສຽງໂດ່ງດັ່ງ ເຈົ້າຂອງບົດເພງ ” ພະລັງລາວ ” ຕີ ອຸດາໄລ, ແຟນບານຫ້າມພາດ.

Related Posts

Leave a Reply

Your email address will not be published. Required fields are marked *