👏 ໜັງສືພິມ ວຽງຈັນທາຍ ອ້າງຕາມແຫຼ່ງຂ່າວ Thaiger ຂອງໄທ ໃຫ້ຮູ້ວ່າ ຄາດວ່າ.
ຈະມີນັກທ່ອງທ່ຽວ ຈາກ ສປ ຈີນ ເຂົ້າມາທ່ອງທ່ຽວລາວ ຜ່ານເສັ້ນທາງລົດໄຟລາວຈີນ ບໍ່ຕໍ່າກ່ວາ 3 ລ້ານຄົນຕໍ່ປີ ພາຍຫຼັງ ສປ ຈີນ ເປີດປະເທດ.
ປະຈຸບັນ ທາງລົດໄຟ ລາວຈີນ ໄດ້ຮັບຄວາມນິຍົມຫຼາຍ ໃນກຸ່ມນັກທ່ອງທ່ຽວ ແລະ ບັນດາໂຮງແຮມບ້ານພັກຕ່າງໆ ແມ່ນກະກຽມຄວາມພ້ອມ ທາງດ້ານການບໍລິການ ເພື່ອຕ້ອນຮັບ.
ນັກທ່ອງທ່ຽວ ຈາກຊາດ ອາຊຽນ ແລະ ສປ ຈີນ. ຫຼາຍໂຮງແຮມ ເປີດຮັບສະໝັກພະນັກງານ ທີ່ໄດ້ພາສາອັງກິດ ແລະ ພາສາຈີນ.
ນັກທ່ອງທ່ຽວຕ່າງປະເທດ ແມ່ນມີຄວາມສົນໃຈ ທາງດ້ານທໍາມະຊາດ ວັດທະນາທໍາ ແລະ ມໍລະດົກໂລກ ຂອງ ສປປ ລາວ.
ໃນປີ 2019 ກ່ອນການແຜ່ລະບາດ ໂຄວິດ, ມີນັກທ່ອງທ່ຽວ ຈາກ ສປ ຈີນ ເຂົ້າມາທ່ຽວລາວ 1 ລ້ານຄົນ ໂດຍປະມານ 80% ເຂົ້າມາທ່ຽວລາວ ຜ່ານສາຍການບິນ.
ທີ່ມາ: ວຽງຈັນທາຍ