ໂດຍລະບຸວ່າ ພັນລະຍາ ທີ່ດ່າ ສາມີ ຈະບໍ່ມີວັນຈະເລີນ ທຳມາຫາກິນບໍ່ຂຶ້ນເພາະ ຜູ້ຊາຍ ມີສີນ ສູງກວ່າ ຜູ້ຫຍິງ200 ເທົ່າ ສາທຸ ແມ່ຊີ ຊີ້ທາງອອກຂອງຊີວິດ ຜູ້ຫຍິງຄວນໄດ້ເຫັນ ແລະ ເອົາໄປປດິບັດຕາມກັນ (ແທັກພັນລະຍາ)

ເປັນສາມີທີ່ດີຕ້ອງໃຫ້ 4 ຢ່າງ ພັນລະຍາທີ່ດີ ຕ້ອງເກັບ 4 ຢ່າງ.

ໃຫ້ ເລື່ອງການເງິນແກ່ຄອບຄົວ ຕາມຄວາມສາມາດຂອງໂຕເອງ ( ໃຫ້ພັນລະຍາຄວບຄຸມດ້ານການເງິນ ຂອງຄອບຄົວທັ້ງຫມດ ) ແລະ ເຮົາຂໍເງິນໄປເຮັດວຽກມື້ລະ 20,000 ກີບ ( ແບບສາມີທີ່ດີ ເຂົາເຮັດກັນ )

ໃຫ້ ເລື່ອງເວລາ ແກ່ຄອບຄົວ ເມື່ອຄອບຄົວຕ້ອງການໂຕສາມີ ບໍ່ຕ້ອງ ອະທິບາຍ ກໍ່ເວລາເຂົາຕ້ອງການໃຊ້ເມື່ອໄດກໍ່ຮີບໆ ມາໃຫ້ເຂົາໃຊ້ ບໍ່ວ່າ ຊັກ ລີດເສື້ອຜ້າ ເກັບກວາດຄວາມສະອາດບ້ານ ເຮັດອາຫານ ແລະ ສຳຄັນຊ່ວຍລ້ຽງລູກນຳ.

ໃຫ້ ເລື່ອງການຍອມຮັບໃນສັງຄົມແກ່ຄອບຄົວ ສະແດງວ່າເວລາຈະໄປໄສ ຕ້ອງມີພັນລະຍາສະເຫມີ ຫ້າມຫນີໄປໄສ ຄົນດຽວເດັດຂາດ ໃຫ້ ເລື່ອງໄວ້ວາງໃຈ ການເປິດເຜີຍໃນການສອບຖາມ ຫາຂ່າວ ຫາຄວາມຂອງພັນລະຍາ ( ຂໍ້ນີ້ເພື່ອໃຫ້ເຂົາບໍ່ມີຄວາມລະແວງ ) ແລະ ຍອມຮັບການຕາມລ່າ ຂອງພັນລະຍາໄດ້ ແບບ ໄປເຕະບານ ມາ ຍິງມີຫນ້າທີ່ຕ້ອງເກັບໄດ້ 4 ຢ່າງ.
ຕ້ອງເກັບເງິນໄດ້ ຖ້າສາມີ ໃຫ້ ເງິນມາ ແລ້ວເກັບໃຫ້ເປັນ ບໍລິຫານການເງິນໃຫ້ເປັນ ໃນຈັງຫວະຊີວິດ ຊ່ວງໃດຊ່ວງຫນຶ່ງເກິດຕົກງານ ຫລື ບໍ່ມີອາຊີບ ເຮົາກໍ່ສາມາດທີ່ຈະນຳເງິນທີ່ເກັບສະສົມໄວ້ ຫລືມີການຈັດການບໍລິຫານການເງິນທີ່ດີໄວ້ ເພື່ອນຳມາເປັນທຶນໃນການຫາງານ ຫລື ອາຊີບໃຫມ່ ຫາກພົບຈັງຫວະທາງອອກທີ່ດີ ອາດນຳມາລົງທຶນເປັນເຈົ້າຂອງກິດຈະການໂຕເອງໄດ້

ຕ້ອງເກັບຄຳເວົ້າໄດ້ ຖ້າສາມີ ຫລື ຄົນໃນຄອບຄົວເຮັດຫຍັງ ຫລື ມີຫຍັງ ຖຽງກັນ ຫລື ມີປັນຫາເລື່ອງຫຍັງ ຊາວບ້ານຫລື ຄົນທີ່ຮູ້ຈັກ ຈະຮູ້ຫມົດທຸກເລື່ອງທີ່ເກິດຂຶ້ນ ທ່ຽວຫາພັກ ຫາພວກ ປະຈານສາມີ ຫລື ຄອບຄົວຂອງສາມີໄປ ເວລາດີກັນ ຫລື ເຫດການປົກກະຕິຂຶ້ນມາຈະເຮັດໃຫ້ ໂອກາດໃນການທີ່ຈະເລີນກ້າວໜ້າວຽກງານຂອງສາມີບໍ່ປະສົບຄວາມສຳເລັດ
ເພາະຄຳເວົ້າຈາກພັນລະຍານັ້ນເອງ ຕ້ອງເກັບໂຕເອງໄດ້ ມີສາມີແລ້ວຍັງເຮັດເປັນຄົນເປິດໃຜຊວນໄປໄສໄປຫມົດ ຊາຍໃດຫລືຄົນໄດມາຈີບ ກໍ່ຍີ້ມ ວາງສະເໜໄປທົ່ວ ສາມີບໍ່ເປັນອັນທຳມາຫາກິນ ເພາະມົວແຕ່ລະແວງ ບໍ່ກໍ່ຕ່າງຄົນຕ່າງມີໃຫມ່ ສ້າງຄວາມກົດດັນແກ່ຄອບຄົວ ແລະ ລູກຫລານ ຕ້ອງເກັບສາມີໃຫ້ໄດ້ ມີສາມີແລ້ວ ເວລາມີປັນຫາກັນ ກໍ່ຍຶດຈຸດເດິນມາເປັນຈຸດຢືນ ຈຸດຢືນທີ່ວ່າຮັກກັນ ຫນ້າມືດ ຄິດແຕ່ເອົາຊະນະ ບໍ່ສົນໃຈອານາຄົດ ຄິດແຕ່ຈະໄລ່ໄປ ແບບເກັບເສື້ອຜ້າສາມີ ໂຍນ ແລະໄລ່ໃຫ້ໄປຢູ່ບ່ອນອື່ນສະໃຈ ແບບນີ້ເຂົາຮ້ອງໄລ່ສາມີບໍ່ແມ່ນເກັບສາມີ.
ບໍ່ວ່າຈະເກີດຫຍັງເຂົາເປັນສາມີເຮົາ ເຮົາຕ້ອງມີຫນ້າທີ່ ເກັບເຂົາໄວ້ຢູ່ກັບເຮົາໃຫ້ໄດ້ ເພາະເຮົາເລືອກເຂົາເປັນສາມີແລ້ວ ຕໍ່ໃຫ້ຜິດແນວໄດ ກໍ່ຕ້ອງໃຫ້ອາໄພບໍ່ຈົ່ມດ່າໃຫ້ ເພາະການຈົ່ມດ່າບໍ່ໄດ້ເຮັດໃຫ້ມີຫຍັງດີຂື້ນມາມີແຕ່ຈະເຮັດໃຫ້ຊີວິດຂອງເຮົາຕົກຕໍ່າລົງເລື້ອຍໆ.