1ແຊ໌ = ທຳບຸນໃຫ່ຍ1ຄັ້ງສະບາຍດີຫມູ່ເພື່ອນຊາວເຟສ໌ບຸກທຸກໆທ່ານຂ້ອຍມີເລື່ອງຢາກລົບກວນແລະຢາກໄຫ້ຊ່ວຍແຊ໌ໂພດນີ້ ຖືກວ່າທຳບຸນນຳກັນ.

ເລື່ອງມີຢູ່ວ່າ ອ້າຍຝຣັ່ງທີ່ຢູ່ໃນໂພດນີ້ລາວໄດ້ມາແຕ່ປະເທດຝຣັ່ງເພື່ອມາຊອກຫາແມ່ຜູ້ໃຫ້ກຳເນີດລາວ ເຊິ່ງໄດ້ພັດພາກກັນເປັນເວລາຫລາຍສີບປີແລ້ວ ລາວຕັ້ງໃຈມາຊອກຫາ ຢາກຮູ້ວ່າແມ່ເປັນຢູ່ແນວໃດ ຍັງມີຊີວິດຢູ່ບໍ່ຫລືເສຍຊີວິດແລ້ວ ແມ່ລາວຊື່ວ່າ ນາງເຊຣົມ ຄຳເສັງ ຕາມໃນປື້ມພັສ໌ປອດ ສວນລາວຊື່ ໂລຣັງ : ໂລຣັງເກີດທີ່ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ເກີດໃນປີ 1971 ແລະໃນປີ 1972 ໄດ້ມີພີ່ນ້ອງຂອງລາວເອົາລາວໄປຝາກລ້ຽງໃນສູນເດັກກຳພ້າ ທີ່ບ້ານຝາຍ ເມືອງໄຊເສດຖາ ຕໍ່ມາປີ 1973 ໄດ້ມີພີ່ນ້ອງທາງຝຣັ່ງມາຮັບໂຕລາວໄປຝຣັ່ງ ຫລັງຈາກນັ້ນໄດ້ຂາດການຕິດຕໍ່ກັບແມ່ເລີຍ.

ເຊິ່ງລາວເອງເລົ່າວ່າ ລາວພະຍາຍາມສອບຖາມພີ່ນ້ອງຢູ່ທາງຝຣັ່ງແລະພະຍາຍາມສອບຖາມຄົນລາວໃນນັ້ນແລ້ວເພື່ອຊອກຫາວີທີ ທີ່ຈະຊອກຫາແມ່ ແຕ່ກໍ່ບໍ່ໄດ້ຄຳຕອບເລີຍ ລາວຈຶ່ງໄດ້ຕັດສີນໃຈມາຊອກຫາດ້ວຍໂຕລາວເອງ ຂໍມູນຂອງລາວຂ້ອຍສອບຖາມໄດ້ພຽງຊ່ຳນີ້ເພາະຂ້ອຍເວົ້າພາສາຝຣັ່ງບໍ່ໄດ້ ຮາກທ່ານໃດອ່ານຂໍຄວາມນີ້ຈົນຈົບແລ້ວຂໍຄວາມກະລຸນາກົດແຊ໌ອອກໄປດ້ວຍເທີນ

ແລະສຸດທ້າຍ ອ້າຍລາວຊິກັບຝຣັ່ງໃນວັນທີ່24ເດືອນ11ນີ້ແລ້ວ ຮາກທ່ານໃດມີຂໍມູນຫລືພໍຮູ້ຈັກກັບຄົນໃນຊື່ ຫລືໃນຮູບ ກະລຸນາຕິດຕໍ່ກັບຂ້າພະເຈົ້າດ້ວຍສ່ວນຂ້ອຍເອງກະໄດ້ແຕ່ພາວານາຂໍໃຫ້ລາວໄດ້ພົບພໍ້ກັບແມ່ຫລືຍາດພີ້ນ້ອງຂອງລາວທີ່ຢູ່ໃນລາວ ແລະບໍ່ຮູ້ຈະຊ່ວຍລາວໃນທາງໃດ ຈິ່ງອາໃສໂຊສຽວ ຊ່ວຍແຊ໌ອອກໄປໄຫ້ເພີ່ນແນ່.

ຂໍຂອບໃຈ. (ຂໍພຣະເຈົ້າອວຍພອນ)