👰🏻💙🤵🏻ແຕ່ງເລີຍໄດ້ບໍ່???💙💙💙
ຕ້ອງຜ່ານການຄົບ ການເລີກ ການເຈັບອີກຈັກເທື່ອກວ່າຈະພໍ້ກັບຄົນທີ່ພ້ອມສ້າງອະນາຄົດໄປນຳກັນແທ້ໆ😂ທຸກໆເທື່ອທີ່ເລີກກັບຄົນໃດກໍ່ຕາມ.

ຮູ້ຕະຫຼອດວ່າຄົນທີ່ເສຍໃຈກວ່າກໍ່ຄືພໍ່ກັບແມ່…ເພາະເພິ່ນຈະຄອຍເປັນຫວ່ງແລະຄິດຢ້ານວ່າການທີ່ເຮົາຄົບເພດດຽວກັນເຂົາຈະດູແລ ຈະພາລູກສາວເພິ່ນມີອະນາຄົດທີ່ດີໄດ້ຫຼືບໍ່???

ມື້ນີ້ເປັນຄັ້ງແລກທີ່ໄດ້ເຫັນນ້ຳຕາຂອງແມ່ ນ້ຳຕາແຫ່ງຄວາມດີໃຈທີ່ເພິ່ນໄດ້ເຫັນລູກສາວພໍ້ກັບຄົນທີ່ດີ ຄົນທີ່ພາຫາພາສ້າງແລ້ວແທ້ໆ☺
ຕໍ່ໄປນີ້ແມ່️ບໍ່ຕ້ອງເປັນຫວ່ງບໍ່ຕ້ອງຄິດນຳລູກແລ້ວເດີ້ ເພາະລູກເຂີຍຂອງແມ່ຄົນນີ້ພິສູດໃຫ້ເຫັນແລ້ວວ່າລູກຝາກຊີວິດໄວ້ນຳເຂົາໄດ້!!!

👫ຂອບໃຈຄົນຂ້າງໆເດີ້ທີ່ບໍ່ວ່າຈະມີຫຍັງກໍ່ຄິດເຫັນຄວາມຮູ້ສຶກຂອງຂ້ອຍກ່ອນສະເໝີ ຕັ້ງແຕ່ມື້ແລກທີ່ຄົບເຈົ້າກໍ່ຈະບອກສະເໝີວ່າ
ຈະບໍ່ພາຂ້ອຍຢູ່ແຕ່ຫ້ອງເຊົ່າໄປຕະຫຼອດຊີວິດ…ໃນທີ່ສຸດມື້ນີ້ເຮົາກໍ່ເຮັດໄດ້ແລ້ວ🏡ກ້າວແລກຂອງເຮົາ🤝

ຖ້າຕໍ່ໄປໃນອະນາຄົດມັນຈະມີຫຍັງເກີດຂຶ້ນມາກໍ່ຕາມ…ຂ້ອຍເຊື່ອວ່າເຈົ້າຈະບໍ່ເຮັດໃຫ້ຂ້ອຍ ແລະ ຄົນອ້ອມຂ້າງຂອງຂ້ອຍຕ້ອງຜິດຫວັງໃນໂຕເຈົ້າແນ່ນອນ🥰🥰🥰(ບໍ່ແທັກໃຫ້ເດີ້ຢ້ານເຈົ້າອາຍລູກຄ້າ🤣)
ທີມາ.
