ຈາກໂພສ Tao Phanthavong ໂພສ ບໍ່ໄດ້ສ້າງກະແສ ພໍດີຂ້ອຍອອກມາເບິ່ງຮ້ານລະເຫັນຜູ້ກ່ຽວນັ່ງຢູ່ໜ້າຮ້ານບໍ່ຮູ້ວ່າເປັນຫັຍງຂ້ອຍເລີຍເຂົ້າໄປຖາມວ່າເປັນຫັຍງ..

ຜູ້ກ່ຽວວ່າມາຊອກເຮັດວຽກໄດ້ 2-3 ມື້ແລ້ວໄປສະໝັກວຽກຢູ່ໃສໃຜກະບໍ່ຮັບ ຜູ້ກ່ຽວມາແຕ່ແຂວງໄຊສົມບູນ ຢາກມາເຮັດວຽກຢູ່ວຽງຍ້ອນພໍ່ແມ່ທຸກຢາກແຮງຫັວງວ່າສິໄດ້ວຽກ ເລີຍມາບໍ່ໄດ້ຕັ້ງໂຕຍາດຕິພີ່ນ້ອງຢູ່ນີ້ກະບໍ່ມີ.

ບາງມື້ກະກິນເຂົ້າກັບເກືອ ບາງເທື່ອກະໄປຂໍກິນເຂົ້ານຳຄູບາຢູ່ວັດລະຂໍອາໄສເພິ່ນນອນຢູ່ຫັນ ຢາກກັບບ້ານກະບໍ່ມີເງີນກັບເລີຍໝົດປັນຍາຄືເຫັນຕາມຮູບຫັນລະ.

ຂ້ອຍເຫັນລະອີຕົນເລີຍໄປສົ່ງຜູ້ກ່ຽວຢູ່ຄິວລົດຊື້ປີ້ລົດໃຫ້ກັບບ້ານ ບໍ່ໄດ້ຫັວງຜົນອີ່ຫັຍງ… ເຫັນໃຈເພື່ອນມະນຸດດ້ວຍກັນ. ຝາກໄວ້ໃຫ້ຄິດ…!

Tao Phanthavong