Lao News

ຢ່າຕົກໃຈ !!!

🔥 ຢ່າຕົກໃຈ !!! ເວັບໄຊ EF English Proficiency Index ຊຶ່ງເປັນແພລັດຟອມ ທີ່ໃຫຍ່ທີ່ສຸດຂອງໂລກ.

ໃນການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດ ແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ ດ້ວຍການວັດຄະແນນຜົນເສັງ ຈາກຜູ້ໃຫຍ່ ຈໍານວນ 2.1 ລ້ານຄົນ ໃນ 111 ປະເທດ ແລະ ເຂດແຄວ້ນ ປະຈໍາປີ 2022, .

ຜົນປະກົດ ອອກມາວ່າ ສປປ ລາວ ມີທັກສະ ພາສາອັງກິດ ຕໍ່າສຸດໃນອາຊຽນ ແລະ ຕໍ່າສຸດໃນ 111 ປະເທດ !!!

ສໍາຫຼັບຊາດອາຊຽນ ການຈັດລະດັບ ທັກສະພາສາອັງກິດ ມີດັ່ງຕໍ່ໄປນີ້:

🇸🇬 ສິງກະໂປ #2 ຂອງໂລກ

🇵🇭 ຟິລິປິນ #22 ຂອງໂລກ

🇲🇾 ມາເລເຊຍ #24 ຂອງໂລກ

🇻🇳 ຫວຽດນາມ #60 ຂອງໂລກ

🇮🇩 ອິນໂດເນເຊຍ #81 ຂອງໂລກ

🇲🇲 ມຽນມາ #93 ຂອງໂລກ

🇰🇭 ກໍາປູເຈຍ #94 ຂອງໂລກ

🇹🇭 ໄທ #97 ຂອງໂລກ

🇱🇦 ລາວ #111 ຂອງໂລກ

ບຣູໄນ (ບໍ່ມີຂໍ້ມູນ)

ການຈັດອັນດັບ ແມ່ນອີງໃສ່ຄະແນນ ຈາກການສອບເສັງ EF Standard English Test (EF SET) ຊຶ່ງເປັນເຄື່ອງມື ທົດສອບ ການໃຊ້ພາສາອັງກິດ ທີ່ນິຍົມໃຊ້ ໃນທົ່ວໂລກ.

ອັນດັບ #1 ທີ່ມີທັກສະ ການໃຊ້ພາສາອັງກິດ ດີທີ່ສຸດ ແມ່ນປະເທດ Netherlands 🇳🇱

ລາຍລະອຽດເພີ່ມຕື່ມ ທ່ານສາມາດອ່ານໄດ້ ຢູ່ລິ້ງ ກ້ອງຄອມເມັ້ນ !!!

Related Articles

Leave a Reply

Your email address will not be published. Required fields are marked *

Back to top button