ສາວໃຊ້ທີ່ຊີຶ່ສັດ.
ເຖິງແມ່ນຈະມີສະຖານະເປັນເຈົ້ານາຍ-ລູກນ້ອງ ແຕ່ພວກເຂົານັ້ນກໍຜູກພັນກັນຫຼາຍກວ່າທີ່ຄິດ ຢ່າງກໍລະນີຂອງ ເສິນ ຊົ່ງຍົງ ນັກສະແດງ ອາວຸໂສຈາໄຕ້ຫວັນ ທີ່ໄດ້ມອບເງິນຫຼັກລ້ານເພື່ອຕອບເແທນແມ່ບ້ານຂອງລາວ
ນັກສະແດງລຸ່ນໃຫຍ່ໄຕ້ຫວັນເສຍຊີວິດ ເຜີຍວ່າເຮັດພິໃນກຳມອບເງິນຫຼັກລ້ານໃຫ້ແມ່ບ້ານ ຕອບແທນທີ່ຄອຍເບິ່ງແຍງມາຕະຫຼອດ 8 ປີ ເຮົາມັກຈະເຫັນເລື່ອງປະທັບໃຈລະຫວ່າງເຈົ້ານາຍ ແລະ ແມ່ບ້ານຢູ່ສະເໝີ.
ເສິນ ຊົ່ງຍົງ ເສຍຊີວິດເມື່ອເດືອນທັນວາ ປີກ່ອນ ດ້ວຍພາວະໄຕວາຍ ເຂົາບໍ່ມີຄູ່ສົມລົດ ຫຼື ບຸດ ຊັບສິນຈຶ່ງຖືກແບ່ງໃຫ້ພີ່ນ້ຶອງສະນິດ ແລະ ມີລາຍານວ່າເຂົາໄດ້ແບ່ງເງິນຈຳນວນ 4 ລ້ານບາດໃຫ້ກັບ ຍູນ ແມ່ບ້ານຊາວອິນໂດເນເຊຍທີ່ເບິ່ງແຍງເຂົາມາດົນນານກວ່າ 8 ປີ ທັ້ງ2ຜູກພັນກັນຄືກັບພໍ່ ແລະ ລູກສາວ.
ໂດຍ ຍູນໄດ້ເດີນທາງກັບອິນໂດເນເຊຍໃນເດືອນມີນາທີ່ຜ່ານມາ ຕອນນັ້ນລາວກ່າວວ່າ ຍັງບໍ່ຮູ້ວ່າຈະນຳເງິນທີ່ໄດ້ຮັບໄປເຮັດຫຍັງ ພ້ອມເປີດເຜີຍວ່າ ກ່ອນທີ່ເສິນຈະເສຍຊີວິດ ເຂົາໄດ້ເພີ່ມເງິນເດືອນຂອງລາວເປັນ2 ເທົ່າ ແລະ ຍັງມອບເຄື່ອງປະດັບທອງຄຳໃຫ້ລາວເປັນໂບນັດທ້າຍປີ.
ຍູນ ໄດ້ຊື້ທີ່ດິນຫຼາຍຕອນໃນອິນໂດເນເຊຍ ແລະ ລູກໆ ຂອງລາວກໍໃຫຍ່ເມິດແລ້ວ ດັ່ງນັ້ນລາວຈຶ່ງບໍ່ມີພາລະໃດໆ ໃຫ້ຕ້ອງກັງວົນ ປັດຈຸບັນລາວກາຍເປັນຜູ້ຊ່ຽວຊານກ່ຽວກັບການອົບຂະໜົມ ແລະ ໄດ້ເລີ່ມຕົ້ນທຸລະກິດອອນລາຍ.
ນອກຈາກນີ້ ຍູນເຄີຍໃຫ້ສຳພາດກັບສື່ໄຕ້ຫວັນເມື່ອເດືອນມັງກອນວ່າ ລາວຍັງຄົງເຈັບໃຈທຸກເທື່ອທີ່ຄິດຮອດເສິນ.
ໃນອາດີດ ເສິນເຄີຍຕື່ນ 2 ໂມງເຊົ້າຂອງທຸກໆມື້ເພື່ອໄປເຂົ້າຫ້ອງນໍ້າ ມັນຈຶ່ງເຮັດໃຫ້ລາວຕິດນິໃສຕື່ນໃນເວລາ 2 ມງເຊົ້າ ເຖິງແມ່ນວ່າ ເສິນຈະຈາກໄປເປັນເດືອນແລ້ວກໍຕາມ