ຄົນໂຫດແນວກະມີນໍ ຊາຍໄວພໍ່ຄົນກຳລັງໄປໃສ່ບາດແຕ່ຖືກເພື່ອນບ້ານເອົາໄມ້ຟາດຫົວຈົນເສຍຊີວິດ
ປະກາດນຳຈັບຄາດຕະກອນໂຫດ ທີ່ຍັງຫລົບຫນີເຊິ່ງເຟສບຸກຜູ້ລູກໄດ້ໂພດໄວ້ວ່າ:

ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫລືອແດ່ ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ່ຟາດຫົວຈາກທາງຫລັງຕອນພໍ່ກຳລັງນັ່ງໃສ່ບາດຢູ່.
ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ ລະຍ່າງກາຍຫນ້າບ້ານມັນລະມັນວ່າພໍ່ຫລຽວເບີ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ.

(ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້8ມື້ທີ່ໂຮງຫມໍ, ປະຈຸບັນພໍ່ໄດ້ເສຍຊີວິດແລ້ວຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບຫນີໄປ ແລະ ຄອບ ຄົວມັນກໍ່ບໍ່ມາຮັບຜິດຊອບ.
ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບີ່ງຂ້າຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນ #ເຮົາມີເງີນສົມມະນາຄຸນໃຫ້

ຄຳສັ່ງຈັບຕົວ ທ້າວ ພອນວິໄລ ເມກສຸລີນ (ຂ້າຕະກອນ)
#ພໍ່ໄປໃສບາດກໍ່ຖືກຄົນມາຂ້າ ສັງຄົມລາວເຮົາບໍ່ຄວນມີຂ້າຕະກອນ.

ປະກາດນຳຈັບຄາດຕະກອນໂຫດ ທີ່ຍັງຫລົບຫນີ.
ຊົມຄລິບ.