ຝາກເຕືອນໄພ…!!! ໂຈນມາຮູບແບບໃໝ່ ທຳທ່າມາຊື່ເຄື່ອງ ແລ້ວດຶງສາຍຄໍເອົາຕົວລົບໜີ ໃຜເຫັນບຸກຄົນໃນຮູບຊ່ວຍແຈ້ງດ່ວນ!

ມີຜູ້ໃຊ້ເຟສບຸກຊື່ Kookik Seebounheuang ໄດ້ໂພສວ່າ: ສະບາຍດີ ຂໍຄວາມຊ່ວຍເຫຼືອແນ່ ມື້ນີ້ເວລາປະມານ 12 ໂມງປາຍ ເຫດເກີດຢູ່ທີ່ ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 24/11/2022

ໄດ້ມີຄົນຮ້າຍມາຊື້ເຄື່ອງຢູ່ໃນຮ້ານ ແລ້ວໄດ້ດຶງສາຍຄໍປ້າຂ້ອຍໄປ ໂຈນທີ່ດຶງສາຍຄໍໄປ ເຮັດທີທຳທ່າມາຊື້ເຄື່ອງແລ້ວອອກໄປປົກກະຕິ ແລ້ວກັບມາຂໍປ່ຽນເຄື່ອງ.

ຫຼັງຈາກນັ້ນກໍ່ສວຍໂອກາດຕອນທີ່ປ້າຂ້ອຍເອົາເຄື່ອງປ່ຽນໃຫ້ ດຶງສາຍຄໍໄປ ໂຈນແມ່ນມາຜູ້ດຽວ ຂີ່ລົດສີຂາວເຫັນປ້າຍບໍ່ຊັດ ລັກສະນະ ຈ່ອຍ ສູງ ຕາມໃນຮູບ ແລ້ວຂີ່ລົດຫຼົບໜີໄປທາງດົງຄຳຊ້າງ.
ໃຜພົບເຫັນຄົນລັກສະນະຄືໃນຮູບ ລົບກວນແຈ້ງເຮົາໄດ້ທີ່ເບີ 02093382017 ຫຼືຕິດຕໍ່ໄດ້ທີ່ເຟສນີ້ ທາງເຮົາມີເງິນສຳມານະຄຸນໃຫ້ຕາມສົມຄວນ.

ໃຜພົບເຫັນຄົນລັກສະນະຄືໃນຮູບ ລົບກວນແຈ້ງເຮົາໄດ້ທີ່ເບີ 02093382017 ຫຼືຕິດຕໍ່ໄດ້ທີ່ເຟສນີ້ ທາງເຮົາມີເງິນສຳມານະຄຸນໃຫ້ຕາມສົມຄວນ.

ເບິ່ງຄລິບ:
ທີ່ມາ:Kookik Seebounheuang