Lao News
ຈັບພວກຫາກິນ” ກັບເສົາໄຟຟ້າ “.

ຈັບພວກຫາກິນ” ກັບເສົາໄຟຟ້າ “.

ວັນທີ 25 ພະຈິກ 2022 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ສາມາດຈັບພວກລັກເຫລັກ ເສົາໄຟຟ້າ ເສຍຫາຍ 200 ລ້ານກວ່າກີບ.

ຄົນຂີ້ລັກ ໄດ້ລັກຕັດເອົາ ເຫຼັກ ແລະ ນ໋ອດ ເສົາໄຟຟ້າແຮງສູງ 115 ກິໂລວັດ ແລວທ່າບົກ-ປາກຊັນ ຕັ້ງຢູ່ເຂດບ້ານ ໂພສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.

ໃນກໍລະນີໄຟຟ້າລົ້ມ ຈະເຮັດໃຫ້ໄຟຟ້າດັບເປັນບໍລິເວນກວ້າງ ພ້ອມທັງສ້າງຄວາມເສຍຫາຍອັນໃຫຍ່ຫລວງຕາມມາ.
