ວຸດທິທຳຄຳຝຸງຂ້າທັງຫຼາຍ. ພາຍໃນມີ ພຣະອາຈານ ສີທອງ ເປັນປະທານ ພາຍນອກມີອົງການຈັດຕັ້ງບ້ານ ພັດທະນາຄັນແຍງ, ເມືອງໂພນທອງ, ແຂວງ ຈຳປາສັກ. ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ສັດທາ. ຄອບຄົວ ພໍ່ ບຸນທອງ ແກ້ວບົວລາ.
1. ມີຈຸດປະສົງເຮັດບຸນຄົບຮອບ 100 ວັນ. ເຖິງດວງວິນຍານ ນາງ ອິນແຕ່ງ ແກ້ວບົວລາ.
2. ເພື່ອສົມທົບທຶນເທພຣະພຸດທະຮູບຢູ່ທີ່ວັດ ໜອງບົວ ມີລວງກວ້າງ 3,70, ຍາວ 5,20 ເຊັນ, ສູງ 7 ແມັດ.
ກຳນົດວັນຕັ້ງບູນລະອຽດດັງນີ້:
ໃນມື້ ຂຶ້ນ 05 ຄ່ຳ ເດືອນ 02 ພ.ສ 2565 ກົງກັບວັນ ອັງຄານ ວັນທີ 27/12/2022 ເປັນມື້ຕົກແຕ່ງກອງບຸນ 01 ກອງ. ເວລາ 3 ໂມງແລງສູດປະລິຕະມຸງຄຸນ ແລະ ຟັງທັມມະເທສະໜາ 01 ກັນ.ຕອນກາງຄືນມີການຄົບງັນເຊັ່ນ: ລຳຄົບວົງຈອນ ຄະນະດອກຟ້າເພັດໂພນທອງ ຕະຫຼອດແຈ້ງ.
ໃນມື້ ຂຶ້ນ 06 ຄ່ຳ ເດືອນ 02 ພ.ສ 2565 ກົງກັບວັນ ພຸດ ວັນທີ 28/12/2022 ເວລາ 7 ໂມງເຊົ້າມີການຕັກບາດຖວາຍສັງຄະທານ. ເວລາ 9 ໂມງ 30 ນາທີ. ຈະໄດ້ທຳພິທີເທພຣະພຸດທະຮູບ.
ດັ່ງນັ້ນ, ຈຶ່ງໄດ້ຂ່າວມາຍັງຍາດຕິພີ່ນ້ອງທີ່ຢູ່ໃກ້ ແລະ ໄກ. ພາຍໃນ ແລະ ຕ່າງປະເທດ ມາຮ່ວມເປັນເຈົ້າພາບນຳຂ້າພະເຈົ້າໃນຄັ້ງນີ້ດ້ວຍ.