ຢູ່ລ້າບໍ່ເປັນ..!! ຄົນບໍ່ດີລັກຕັດສາຍໄຟ ແລ້ວຖືກໄຟຟ້າຊັອກ ອາການສາຫັດ

ຄົນບໍ່ດີລັກຕັດສາຍໄຟ ບ້ານ ຫນອງແວງ ເມືອງ ຫາດຊາຍຟອງ.

ໃນວັນທີ່ 25 ພະຈິກ 2022 ເວລາ 01:37ໂມງ ຟຟລ ສາຂາໄຟຟ້ານະຄອນຫລວງ2 ສູນບໍລິການໄຟຟ້າເມືອງຫາດຊາຍຟອງ ໄດ້ຮັບແຈ້ງຈາກປະຊາຊົນວ່າໄດ້ຍິນສຽງແຕກແລ້ວໄຟບໍ່ມາ ແລະ ເມື່ອອອກກວດພົບວ່າເຫັນຄົນບໍ່ຫວັງດີ ມາລັກຕັດສາຍກາບຫມໍ້ນັບໄຟ PT-CT ແລະ ພົບເຫັນຄົນໄດ້ຮັບບາດເຈັບສາຫັດພ້ອມອຸປະກອນເຊັ່ນ: ຖົງມື, ຄີມຕັດ, ກະແຈ ແລະ ເກີບ ຢູ່ທີ່ ໂຮງງານຜະລິດອຸປະກອນການແພດ.

ເຊີ່ງຕັ້ງທີ່ ບ້ານ ໜອງແວງ ເມືອງ ຫາດຊາຍຟອງ ເຫດການດັ່ງກ່າວເຮັດໃຫ້ ໄຟສາຍແຈກ MSS 15.5 ຕົກ ຍ້ອນສາຍກາບລົງຫມໍ້ນັບໄຟ PT-CT Nyy 9×2,5 ຈຳນວນ 12ແມັດ ຂອງໂຮງງານດັ່ງກ່າວຖືກຕັດຂາດ ພາໃຫ້ ຟິວລາຍ 22kV ຂະຫນາດ 25 A ຂາດ ຈຳນວນ 2 ເສັ້ນ ດັ່ງນັ້ນ ທາງ ສູນບໍລິການໄຟຟ້າເມືອງຫາດຊາຍຟອງ ໄດ້ສ້ອມແປງປ່ຽນສາຍກາບຫມໍ້ນັບໄຟ ແລະ ເສັ້ນຟິວລາຍຄືນໃຫ່ມ 2 ເສັ້ນວຽກດັ່ງກ່າວໄດ້ສຳເລັດລົງໃນເວລາ 10:30ໂມງ ຈື່ງສາມາດປ່ອຍໄຟໃຫ້ປະຊາຊົນໄດ້ໃຊ້ເປັນປົກກະຕິ.

ສຳລັບຄົນບໍ່ຫວັງດີ ປະຈຸບັນຖືກນຳເຂົ້າຮັກສາໂຕທີ່ໂຮງຫມໍ ເມື່ອຜູ້ກ່ຽວຮັກສາຕົວດີແລ້ວ ທາງສາຂາໄຟຟ້ານະຄອນຫລວງ2 ສູນບໍລິການໄຟຟ້າເມືອງຫາດຊາຍຟອງ ແມ່ນມອບໃຫ້ເຈົ້າໜ້າທີ່ ດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງສືບຕໍ່ໄປ.

ຖ້າທ່ານໃດພົບເຫັນ ຫລື ຮູ້ເບາະແສສາມາດແຈ້ງຜ່ານ ສາຍດ່ວນໄຟຟ້າລາວ, Call Center 1199 ຕະຫລອດ 24 ຊົ່ວໂມງ( ການລັກອຸປະກອນໄຟຟ້າແມ່ນເປັນສິ່ງທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ກັບຊີວິດ )

ທີ່ມາ: ສາຂາໄຟຟ້ານະຄອນຫຼວງ 1+2

Related Posts

Leave a Reply

Your email address will not be published. Required fields are marked *