ຈາກຜູ້ໃຊ້ເຟສບຸກຊື່Noizz Souknapha ໄດ້ໂພສໃນວັນທີ 27/11/2022 ວ່າ: ແມ່ໆ ຈະເອົານົມໃຫ້ລູກກິນສັງເກດດີໆກ່ອນເດີ #ແຊປະສົບການ ຊື້ນົມມາ5ແກັດ ກິນຫມົດສາມແກັດບໍ່ເປັນຫຍັງ ມາເຈີແກັດທີ4 ໄຂແຟັກທຳອິດໃຫ້ລູກກິນກະບໍ່ໄດ້ສັງເກດ.

ມີແຕ່ຜິດສັງເກດແຕ່ວ່າລູກຄືກິນນ້ອຍດງວບໍ່ຫມົດເຕົ້າຊ້ຳ ຜົນເປັນວ່າລູກຮາກຫມົດຄືນ ຈົນໄດ້ເຂົ້າໂຮງຫມໍ ກະບໍ່ໄດ້ເອະໃຈຄິດວ່າເປັນຍ້ອນລາວໄອ ລາວກິນແນວອື່ນຜິດມາບໍ.

ມື້ຕໍ່ມາຈີ່ງມາສັງເກດເຫັນວ່ານົມລູກເປັນແນວນີ້ ເລີຍໄຂລອງເບີ່ງແຕ່ລະກ່ອງແຕ່ລະແຟັກ ເປັນຄືກັນຫມົດ ພໍດີໄດ້ຖີ້ມຫມົດ2ແກັດ ກີ່ນກະທຳມະດາ ລົດຊາດກະທຳມະດາ ວັນເດືອນປີຫມົດອາຍຸກະຍັງ.

ແຕ່ເປັນຫຍັງເນື້ອນົມຄືເປັນຕ່ອນແບບນີ້ (ນົມຂອງແມ່ໆ ກະເປັນບໍຫລືວ່າເປັນນຳເຮົາບໍ່ສັງເກດແຕ່ຕົ້ນບໍ ວ່າມັນເປັນແບບນີ້ຢູ່ແລ້ວ ) ໄປຊື້ມາໄຫມ່ແຟັກ1 ແຕ່ລັອດຕ່າງມາໄຂເບີ່ງກະເປັນຄືກັນ.

ນົມແທ້ນົມປອມແຍກບໍ່ອອກ #ຂອງແທ້ແຕ່ເກັບຮັກສາບໍດີບໍ #ແມ່ໆມີສະຕິຊ່ວຍກັນສັງເກດກ່ອນໃຫ້ລູກກິນຫຍັງ
(ຄລິບ)ຖືກລົບ
ແຫລ່ງທີ່ມາ:
