ເປັນການສະເຫລີມສະຫລອງ ພິທີສົມໂພດຫໍຫລັກເມືອງ, ຮູບປັ້ນຫລໍ່ເຈົ້າອະນຸວົງ ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ

ເພື່ອເປັນການສະເຫລີມສະຫລອງ ພິທີສົມໂພດຫໍຫລັກເມືອງ, ຮູບປັ້ນຫລໍ່ເຈົ້າອະນຸວົງ ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ.

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດການແຂ່ງຂັນກິລາງົວຊົນງົວ, ກິລາຕີໝາກຂ່າງ ແລະ ກິລາຍິງໜ້າເກັກຂຶ້ນ ໃນຕອນເຊົ້າຂອງວັນທີ 26 ພະຈິກ 2022 .

ນີ້ ຢູ່ທີ່ເດີນໂຮງຮຽນມັດທະຍົມສຶກສາສົມບູນ ໄຊສົມບູນ ໂດຍການເປັນປະທານຂອງທ່ານ ຢົງຢີ່ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮືທໍ່ ເພຍຫລວງ ເຈົ້າເມືອງ ເມືອງອະນຸວົງ, ທ່ານ ພົຈວ ຄຳອິ້ງ ກິ່ງແກ້ວ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ

, ມີຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍ ອຳນາດການປົກຄອງ, ຜູ້ຊົງຄຸນວຸດທິ, ຫົວໜ້າຊິງຊາວ ຕະຫລອດຮອດປະຊາຊົນຊາວແຂວງໄຊສົມບູນ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ຢົງຢີ່ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ຊຶ່ງທ່ານໄດ້ເວົ້າເຖິງການແຂ່ງຂັນກິລາງົວຊົນງົວ, ກິລາຕີໝາກຂ່າງ ແລະ ກິລາຍິງໜ້າເກັກ ບໍ່ພຽງແຕ່ເປັນການ

ສະເຫລີມສະຫລອງ ພິທີສົມໂພດຫໍຫລັກເມືອງ, ຮູບປັ້ນຫລໍ່ເຈົ້າອະນຸວົງ ແຕ່ເປັນກິລາພື້ນເມືອງຂອງຊາວເຜົ່າມົ້ງທີ່ສືບທອດກັນມາແຕ່ບູຮານນະການ. ໃນການຈັດການແຂ່ງຂັນຄັ້ງນີ້ມີຢູ່ 3 ປະເພດຄື: ການແຂ່ງຂັນງົວຊົນງົວ ມີທັງໝົດ 25 ຄູ່ ໃນນັ້ນ ເມືອງອະນຸວົງ ສົ່ງເຂົ້າແຂ່ງຂັນ ຈຳນວນ 30 ໂຕ, ເມືອງລ້ອງຊານ 5 ໂຕ, ເມືອງທ່າໂທມ 5 ໂຕ, ເມືອງຮົ່ມ 5 ໂຕ ແລະ ເມືອງລ້ອງແຈ້ງ 5 ໂຕ, ກິລາຕີໝາກຂ່າງ ມີທັງໝົດ 16 ທີມ, ກິລາຍິງໜ້າເກັກ 8 ທີມເຂົ້າແຂ່ງຂັນ, ສຳລັບລາງວັນຜູ້ທີຊະນະກິລາງົວຊົນງົວມີຄື: ລາງວັນທີ 1 ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ລາງວັນທີ 2 ຈະໄດ້ຮັບເງິນສົດ

2,500,000 ກີບ, ລາງວັນທີ 3 ຈະໄດ້ຮັບເງິນສົດ 2,000,000 ກີບ ແລະ ລາງວັນຊົມເຊີຍ ສຳລັບງົວທຸກໂຕທີ່ໄດ້ລົງແຂ່ງຂັນບໍ່ວ່າຈະຊະນະ ຫລື ແພ້ ຈະໄດ້ຮັບໂຕລະ 400,000 ກີບ. ສຳລັບລາງວັນກິລາຕີໝາກຂ່າງ ລາງວັນທີ 1 ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2,000,000 ກີບ, ລາງວັນທີ 2 ຈະໄດ້ຮັບເງິນສົດ 1,500,000 ກີບ, ລາງວັນທີ 3 ຈະໄດ້ຮັບເງິນສົດ 1,000,000 ກີບ, ລາງວັນທີ 4 ຈະໄດ້ຮັບເງິນສົດ 800,000 ກີບ.

ສ່ວນກິລາຍິງໜ້າເກັກ ລາງວັນທີ 1 ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2,000,000 ກີບ, ລາງວັນທີ 2 ຈະໄດ້ຮັບເງິນສົດ 1,500,000 ກີບ, ລາງວັນທີ 3 ຈະໄດ້ຮັບເງິນສົດ 1,000,000 ກີບ, ລາງວັນທີ 4 ຈະໄດ້ຮັບເງິນສົດ 800,000 ກີບ.

ພ້ອມດຽວກັນນັ້ນ ທ່ານ ປະທານ ໄດ້ເນັ້ນໜັກໃຫ້ຄະນະກຳມະການຕັດສິນແຕ່ລະປະເພດກິລາໃຫ້ປະຕິບັດໜ້າທີ່ດ້ວຍຄວາມຍຸຕິທຳ, ໂປ່ງໃສ, ນັກກິລາແຕ່ລະຄົນຕ້ອງປະຕິບັດຕາມກົດລະບຽບ ແລະ ກະຕິກາການແຂ່ງຂັນຢ່າງເຂັ້ມງວດ, ມີລະບຽບວິໄນ, ມີນໍ້າໃຈນັກກິລາເຊິ່ງກັນ ແລະ ກັນ.

___
Cr: ຈົດໝາຍຂ່າວ ໄຊສົມບູນ

Related Posts

Leave a Reply

Your email address will not be published. Required fields are marked *