Lao News

ຂ່າວດ່ວນ..!! ແມ່ນແທ້ບໍ່ ເຈ້ທິບ (ແມ່ຫວຍ) ຖືພາໃນຄຸກ ໄດ້ຮັບການປະກັນໂຕອອກມາແລ້ວ

ລ່າສຸດ ວັນທີ 28/11/2022 ໂພສ ຈາກລູກໜີ້ເຈ້ທິບວ່າ: ເຈ້ທິບ ຖືພາໃນຄຸກ ເລີຍໄດ້ປະກັນໂຕອອກມາແລ້ວ ໃຜຮູ້ລາຍລະອຽດຊ່ວຍຢືນຢັນແດ່.

ດຳເນີນຄະດີ ” ເຈ້ທີບ ”ພ້ອມພັກພວກ ຮ່ວມຫົວສໍ້ໂກງ ຫລາຍຮ້ອຍຕື້ກີບ.

ຂ່າວກ່ອນໜ້ານີ້.

ໃນວັນທີ 19 ກັນຍາ 2022 ເຈົ້າຫນ້າທີ່ ປກສ ໄດ້ຖະແຫລງ ກ່ຽວກັບການດຳເນີນຄະດີຂອງ ເຈ້ທີບ ຫລື ນາງ ພອນທິບ ແລະ ຜົວ ພ້ອມພັກພວກ ລວມ ຈຳນວນ 7 ຄົນ, ເຊິ່ງມີຜຸ້ເສຍຫາຍ 1.600 ກວ່າຄົນ ລວມເປັນເງິນ 350 ກວ່າຕື້ກີບ, 300 ກວ່າລ້ານບາດ ແລະ 7.800.000 ກວ່າໂດລາ.

ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະ ກິດ ຖະແຫຼງວ່າ: ປັດຈຸບັນມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ທັງໝົດ 1.680 ຄົນ, ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ;

ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ ອາຍັດຊັບສິນທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດຈໍານວນຫຼາຍລາຍການ.

ນອກຈາກນີ້, ເຈົ້າໜ້າທີ່ສາມາດຈັບຕົວກຸ່ມແກ້ງອີກ 5 ຄູົນຄື: ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ, ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ທ້າວ ສົມພິດ ອາຍຸ 26 ປີ ແລະ ນາງ ໄຂ່ມຸກ ທັງສອງພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ, ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ.

ໃນເບື້ອງຕົ້ນ ເຈ້ທິບ ໄດ້ໂອນດອກໃຫ້ລູກຫວຍ ໂດຍນຳເອົາເງິນຕົ້ນທືນທີ່ຜູ້ນຳມາຝາກເປັນດອກເບ້ຍ ຕໍ່ມາບໍ່ມີຄົນມາເຂົ້າຫວຍ ຈິ່ງບໍ່ສາມາດຈ່າຍດອກໄດ້ ຈິ່ງໂຕນຫນີ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button