ວ່າແນວໃດ ສາຍສ່ຽງໂຊກ? ໂຈະອອກເລກລາງວັນຫວຍພັດທະນາ ໃນວັນສຸກ ວັນທີ 02 ທັນວາ 2022

ວ່າແນວໃດ ສາຍສ່ຽງໂຊກ? ໂຈະອອກເລກລາງວັນຫວຍພັດທະນາ ໃນວັນສຸກ ວັນທີ 02 ທັນວາ 2022

ອີງຕາມ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ຫົວໜ້າຕົວແທນຈໍາຫນ່າຍຫວຍ ພັດທະນາ; ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວັນສຸກ, ວັນທີ 02 ທັນວາ 2022 ເປັນວັນພັກລັດຖະການ (ວັນສະຖາປະນາ ສປປ ລາວ)

ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກ ເລກລາງວັນຫວຍພັດທະນາ ໃນວັນສຸກ, ວັນທີ 02 ທັນວາ 2022, ບໍ່ມີການອອກທົດແທນຄືນ.

(ແຈ້ງການເຕັມໃນຄອມເມັ້ນ)

..

Related Posts

Leave a Reply

Your email address will not be published. Required fields are marked *