ມື້ນີ້ເປັນມື້ຄົບຮອບ 5ເດືອນ ຄະດີເຈ້ທິບ ທີ່ສັງຄົມຕິດຕາມຢ່າງໃຫ້ຊິດ

ມື້ນີ້ເປັນມື້ຄົບຮອບ 5ເດືອນ ຄະດີເຈ້ທິບ ທີ່ສັງຄົມຕິດຕາມຢ່າງໃຫ້ຊິດ.

ນາງພອນທິບ ຫລື ທີ່ບໍລິວານທຸລະກິດຂອງລາວເອີ້ນ ວ່າ “ເຈ້ທິບ” ເປັນບຸກຄົນທີ່ໂດ່ງດັງຂຶ້ນມາຈາກການ ສ້າງພາບຄວາມລວຍຫລອກລວງສັງຄົມ ເປັນຕົ້ນ ແມ່ນ ສ້າງເຄືອຂ່າຍທຸລະກິດຂາຍອອນລາຍ, ຂາຍ ເພັດພອຍລາຄາແພງ ແຕ່ເບື້ອງຫລັງ ເປັນແມ່ຫວຍໃຫ້ ດອກເບ້ຍ 30%

ແຕ່ກໍຕ້ອງສະດຸດ ເມື່ອບໍ່ສາມາດໃຫ້ ດອກເບ້ຍແກ່ລູກຫວຍໄດ້ຕາມເວລາກຳນົດ ເຮັດໃຫ້ ເຈ້ທິບ ໂຕນໜີຂ້າມໄປໄທໃນວັນທີ 29 ມິຖຸນາ 2022 ແລະ ຖືກເຈົ້າໜ້າທີ່ຈັບໄດ້ ໃນວັນທີ 29 ກໍລະກົດ ແລ້ວຖືກສົ່ງຂ້າມມາດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.

ເຈ້ທິບຖືກສົ່ງມາຝັ່ງລາວໃນວັນທີ 30 ກໍລະກົດ ຈາກ ນັ້ນເຈົ້າໜ້າທີ່ໄດ້ທໍາການສືບສວນສອບສວນ ແລະ ອອກຖະແຫລງ ວັນທີ 19 ກັນຍາ 2022 ເຖິງຄວາມ ຄືບໜ້າ ຄະດີ ນາງ ພອນທິບ ພ້ອມພັກພວກ ຕື່ມ 5 ຄົນລວມທັງໝົດ 7 ຄົນ ທີ່ມີການເຄື່ອນໄຫວສໍ້ໂກງ ເງິນ.

ຄະດີເຈ້ທິບ ຖືກຈັດຢູ່ໃນອັນດັບຄະດີດັງທີ່ເກີດຂຶ້ນ ຢູ່ໃນລາວ ກ່ຽວກັບການສ້າງພາບຄວາມລໍ້າລວຍ ຫລອກລວງສັງຄົມ ສ້າງຄວາມເສຍຫາຍມະຫາສານ ແກ່ປະເທດຊາດ ນີ້ຄືສາເຫດທີ່ສັງຄົມຈ້ອງຈັບຕາ ແລະ ເຝົ້າຕິດຕາມຢ່າງໃກ້ຊິດ ເພື່ອຢາກຮູ້ຄວາມ ເຄື່ອນໄຫວ ຄວາມເປັນໄປມາຂອງຄະດີດັ່ງກ່າວ.

ປະຊາຊົນໃນຂອບເຂດທົ່ວປະເທດ ມີຜູ້ເສຍຫາຍ ຫຼາຍກວ່າ 1.600 ຄົນ ແລະ ມີຜົນເສຍຫາຍເປັນເງິນ ຫຼາຍຕື້ກີບ ເຈົ້າໜ້າທີ່ຕຳຫຼວດ ໄດ້ຢຶດ ແລະ ອາຍັດ ຊັບສິນທີ່ໄດ້ຈາກການກະທຳຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈຳ ນວນຫຼາຍລາຍການ.

ນັບຈາກມື້ທີ່ເຈ້ທິບໂຕນໜີໄປໄທ ໃນວັນທີ 29 ມິຖຸນາ ມາຈົນເຖິງ ວັນທີ 29 ພະຈິກ 2022 ນີ້ ແມ່ນຄົບຮອບ 5 ເດືອນພໍດີ ແຕ່ສັງຄົມລາວກໍຍັງບໍ່ໄດ້ລືມຄະດີດັ່ງ ກ່າວໄດ້ເທື່ອ ພ້ອມທັງເຝົ້າຕິດຕາມການລາຍງານຈາກ ເຈົ້າໜ້າທີ່ເປັນໄລຍະ ແລະ ໂຈດຖາມກັນເລື້ອຍໆມາ.

ຫລ້າສຸດ ວັນທີ 28 ພະຈິກ 2022 ນີ້ ມີກະແສຊຸບຊິບ ກັນໃນໂລກອອນລາຍວ່າ ເຈ້ທິບ ຖືກປ່ອຍຕົວ ຊົ່ວຄາວ ຍ້ອນຜູ້ກ່ຽວຢູ່ໃນລະຫວ່າງການຖືພາ. ເຖິງຢ່າງໃດກໍຕາມ ຂ່າວໃນອອນລາຍ ຍັງບໍ່ມີຄວາມ ແນ່ນອນ ແລະ ບໍ່ມີໃຜເຊື່ອໄດ້ ເຊິ່ງອາດເປັນພຽງຂ່າວ ລືເທົ່ານັ້ນ ທຸກໆຄົນກໍຍັງລໍຖ້າການຖະແຫລງຢ່າງເປັນ ທາງການຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ຫາກມີຄວາມຄືບໜ້າ ຫລື ມີຂໍ້ມູນລາຍລະອຽດທີ່ໜ້າ ເຊື່ອຖືໄດ້ ທີມງານຂ່າວໜັງສືພິມລາວພັດທະນາ ຈະ ມານຳສະເໜີໃຫ້ທ່ານໄດ້ຮັບຊາບຢ່າງທັນການ.

ທີ່ມາ: ໜັງສືພິມລາວພັດທະນາ

Related Posts

Leave a Reply

Your email address will not be published. Required fields are marked *