ສາມໜຸ່ມໄນຈີເຣຍສ່ຽງນັ່ງຫາງເສືອເຮືອ 11 ມື້

ເຈົ້າໜ້າທີ່ກູ້ໄພທາງທະເລຂອງສະເປນ ຊ່ວຍເຫຼືອຜູ້ອົບພະຍົບຊາວໄນຈີເຣຍ 3 ຄົນທີ່ລັກມາລີ້ຢູ່ຫາງເສືອເຮືອບັນທຸກນ້ຳມັນເປັນເວລາ 11 ມື້ ກ່ອນທີ່ຈະເຂົ້າມາຈອດເຮືອຢູ່ທ່າເຮືອລາສ ປາລມາສ ເທິງເກາະຄານາລີ..

ວັນທີ 29 ພະຈິກ 2022 ເຈົ້າໜ້າທີ່ກູ້ໄພທາງທະເລຂອງປະເທດສະເປນ ຊ່ວຍເຫຼືອຜູ້ອົບພະຍົບຊາວໄນຈີເຣຍ 3 ຄົນ ທີ່ລີ້ຢູ່ເທິງຫາງເສືອເຮືອບັນທຸກນ້ຳມັນ “Althini II” ເຊິ່ງເຂົ້າຈອດທີ່ທ່າເຮືອລາສ ປາລມາສ ເທິງເກາະຄານາລີ ໂດຍເຮືອບັນທຸກນ້ຳມັນເປັນເຮືອສັນຊາດມອລຕາ ອອກຈາກທ່າເຮືອລາກອສ ຂອງໄນຈີເລຍ ໃນວັນທີ 17 ພະຈິກ ແລະ ໃຊ້ເວລາເດີນທາງ 11 ມື້ ເພື່ອມາຮອດ ລາສ ປາລມາສ ໃນວັນທີ 28 ພະຈິກ.

ພາຍຫຼັງຊ່ວຍເຫຼືອ ສະພາບຜູ້ອົບພະຍົບໄນຈີເຣຍ 3 ຄົນ ມີສະພາບອ່ອນເພຍ ເນື່ອງຈາກຂາດນ້ຳ ແລະ ຮ່າງກາຍມີອຸນຫະພູມຕ່ຳ ຫຼ້າສຸດພວກເຂົາໄດ້ຖືກສົ່ງໄປໂຮງໝໍແລ້ວ.

ພວກເຂົາຕ້ອງສ່ຽງອັນຕະລາຍຫຼາຍ ເພາະຕ້ອງປະເຊີນກັບຄື້ນທະເລທີ່ມາກະທົບ ສະພາບອາກາດທີ່ແປປ່ວນ ແລະ ຄວາມສູງຂອງລະດັບນ້ຳທະເລ ຢ່າງໃດກໍຕາມ ສະເປນກໍພົບຜູ້ອົບພະຍົບທີ່ລີ້ມານຳຫາງເສືອເຮືອ 6 ເທື່ອ ໃນຊ່ວງ 2 ປີທີ່ຜ່ານມາ.

ໃນປີນີ້ ສະເປນພົບຜູ້ອົບພະຍົບທີ່ລັກລອບເຂົ້າມາທາງເຮືອສູ່ເກາະຕ່າງໆຂອງສະເປນແລ້ວ ປະມານ 11,600 ຄົນ.

ແຫຼ່ງຂ່າວ Washington Post

Related Posts

Leave a Reply

Your email address will not be published. Required fields are marked *