ອອກແຈ້ງການ ຫ້າມບໍ່ໃຫ້ຂົນຂວາຍເອົາແຮງງານລາວໄປເຮັດວຽກ ຢູ່ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດ.
ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການເລກທີ 3505/ຫກ ລົງວັນທີ 30 ພະຈິກ 2022 ວ່າ: ໃນໄລຍະຜ່ານມາເຫັນໄດ້ວ່າມີບຸກຄົນ.
ແລະ ນິຕິບຸກຄົນຈໍານວນໜຶ່ງເຄື່ອນໄຫວປະກາດຮັບສະໝັກເອົາແຮງງານລາວໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ, ເກັບຄ່າລົງທະບຽນ ແລະ ເກັບເງິນມັດຈໍາ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງບໍ່ຖືກຕ້ອງຕາມຂະບວນການທີ່ໄດ້ກໍານົດໄວ້.
ສະນັ້ນ, ເພື່ອຮັບປະກັນການອະນຸຍາດໃຫ້ຜູ້ອອກແຮງງານລາວໄປ ເຮັດວຽກຕາມລະດູການ ຢູ່ ສ.ເກົາຫລີ ຖືກຕ້ອງຕາມຂັ້ນຕອນ ດັ່ງທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ສ.ເກົາຫລີ, ຫ້ອງການກະຊວງ ຮສສ ແຈ້ງມາຍັງພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ ແລະ ນະຄອນຫລວງ.
ຫ້າມໃຫ້ການຮ່ວມມືກັບບຸກຄົນ ຫລື ນິຕິບຸກຄົນ ທີ່ໄປເຄື່ອນໄຫວຢູ່ ຂອບເຂດບ້ານ, ເມືອງ ແລະ ແຂວງ ເພື່ອຂົນຂວາຍເອົາແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫລີ ໂດຍບໍ່ມີແຈ້ງການຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຫລີກລ່ຽງບັນຫາການຕົວະຍົວະຫລອກລວງ ຂອງກຸ່ມຄົນດັ່ງກ່າວ;
ວຽງຈັນ ໃຫ້ແຈ້ງໄປຍັງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ນະຄອນ ພາຍໃນຂອບເຂດຄວາມຮັບຜິດຊອບຂອງທ່ານ ດັ່ງນີ້:
ເອົາແຮງງານໃນແຕ່ລະຄັ້ງ ກົມການຈັດຫາງານ ຈະສົ່ງແຈ້ງການໃຫ້ ພະແນກ ຮສສ ແຂວງ ຫລື ນະຄອນຫລວງ ໂດຍກໍານົດເງື່ອນໄຂລະອຽດຂອງການຮັບສະໝັກເພື່ອໃຫ້ຊ່ວຍກະກຽມລ່ວງໜ້າ;
ການຮັບສະໝັກ, ຄັດເລືອກແຮງງານ ແລະ ປະກອບເອກະສານໃຫ້ແຮງງານ ແມ່ນການຈັດຕັ້ງປະຕິບັດໂດຍກົງຂອງກົມການຈັດຫາງານ, ກະຊວງ ຮສສ ໂດຍສົມທົບກັບພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ນະຄອນຫລວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ນະຄອນ. ຊຶ່ງການລົງໄປຂົນຂວາຍ.
ຖ້າຫາກພົບເຫັນບຸກຄົນ ຫລື ນິຕິບຸກຄົນທີ່ໄປເຄື່ອນໄຫວຂົນຂວາຍເອົາແຮງງານໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ມີແຈ້ງການ ຫລື ບໍ່ມີການປະສານງານຈາກກົມການຈັດຫາ ງານ ໃຫ້ແຈ້ງກົມການຈັດຫາງານທັນທີ ໂທ: 021 217738, 020 59994999 ແລະ 020 28782656,.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.