ສຶກສາອົບຮົມຜູ້ໂພສ ໂຈມຕີ ແລະ ຕໍ່ຕ້ານໂຄງການກໍ່ສ້າງ ກັນເຈື່ອນແຄມນໍ້າຊອງ ເມືອງວັງວຽງ
.
ໃນຕອນເເລງຂອງ ວັນ 18 ພະຈິກ 2022 ທີ່ຜ່ານມາ ຢູ່ທີ່ຫ້ອງວາການ ເມືອງ ວັງວຽງ ເເຂວງ ວຽງຈັນ ໄດ້ມີການສຶກສາອົບຮົມຜູ້ກະທໍາຜິດທາງສື່ອອນລາຍ ຜູ້ໃຊ້ເຟສບຸກ ເເມ່ນຊື່ “ອາດຳ ເສດຖີ”. ຂໍ້ຄວາມຂອງເພິ່ນທີ່ໄດ້ໂພສລົງເເມ່ນ:
“ມັນແມ່ນຢູ່ບໍ່ວັງວຽງເຮົານະ?
ແຂກຄົນກໍາລັງມາທ່ຽວ-ກຳລັງຄຶກຄື້ນ,
*ເຈົ້າຊິມາເຮັດກັນເຈື່ອນເຮັດຫຍັງຍາມນີ້?
*ເຈົ້າເມືອງວັງວຽທັງ3ທ່ານຍັງນອນລັບຢູ່ບໍ່??
ປະຊາຊົນທີ່ປະກອບກິດຈະການທ່ອງທ່ຽວແຄມນໍ້າແຕ່ຂົວແດງ- ມາຮອດທ່າເຮືອຈັກຫາງຍາວ ເຂົາຊິເອົາເງິນໃສມາຈ່າຍໜີ້ທີ່ກູ້ຢຶມ ເງິນມາເຮັດຮ້ານເຮັດຫໍ?
*ເຈົ້າໃຫ້ນັກທອ່ງທຽວມາເບິ່ງເຈົ້າເຮັດກໍ່ສ້າງນີ້ຫວາ? ຫຼື ໃຫ້ເຂົາມາຊົມທຳມະຊາດບ້ານເຈົ້າ?”
.
ເຊິ່ງຂໍ້ຄວາມດັ່ງກ່າວກໍໄດ້ເຮັດເຈົ້າໜ້າເມືອງ ວັງວຽງ ເອົາມາສຶກສາອົບຮົມ ພ້ອມທັງຊີ້ເເຈງອະທິບາຍເຫດການ ການກໍ່ສ້າງຈຸດກັນເຈຶື່ອນຕ່າງໆ.
