ເຈົ້າໜ້າທີ່ ເລັ່ງຄົ້ນຫາ ຄົນແລະລົດ ທີ່ຕົກລົງຂົວ ທີ່ເມືອງຫຼາ.

—
ໃນຕອນບ່າຍ ເວລາ 12:54’17 ຂອງວັນ 07 .12.2022 ນີ້, ມີເຫດການລົດກະບະ ວິໂກ້ແຊັມສີປອນເງິນ ທະບຽນປ້າຍ 9789 ຫຼວງນ້ຳທາ ເສຍຫຼັກຕົກຂົວ ວັງອີງເມືອງຫຼາ ແຂວງອຸດົມໄຊ.

ແຕ່ມາເຖິງເວລານີ້ ທາງເຈົ້າໜ້າທີ່ຂອງເມືອງ ແລະ ໜ່ວຍກູ້ໄພຂັ້ນແຂວງອຸດົມໄຊ ໄດ້ຊ່ວຍກັນຊອກຫາລົດຄັນດັ່ງກ່າວທີ່ຈົມພື້ນນ້ຳຍັງບໍ່ໄດ້ເທື່ອ ເນື່ອງຈາກວ່າກະແສນ້ຳຂຸ່ນ ແລະ ເປັນວັງເລິກ.

ໂດຍທາງການແລ້ວຍັງບໍ່ສາມາດຢັ່ງຍືນໄດ້ຢ່າງຊັດເຈນຕໍ່ກັບຂໍ້ມູນດ້ານຕ່າງໆ ເນື່ອງຈາກຍັງບໍ່ສາມາດພົບລົດຄັນດັ່ງກ່າວຂຶ້ນມາໄດ້. ( ສ່ວນຂໍ້ມູນລາຍລະອຽດຄ່ອຍລາຍງານຕາມທີ່ຫຼັງ ).

#ຖະແຫຼງຂ່າວເມືອງຫຼາ
—
ກົດຊົມຄລິບຕອນລົດຕົກ.