Lao News

ເລັ່ງກູ້ສົບ ເຫດລົດຕົກຂົວ.

ເລັ່ງກູ້ສົບ ເຫດລົດຕົກຂົວ.

ໃນວັນທີ 8/12/2022 ຫນ່ວຍກູ້ໄພ ແລະ ປະຊາຊົນ ກຳລັງເລັ່ງກູ້ສົບຜູ້ເສຍຊີວິດ ຈຳນວນ 4 ຄົນ ຈາກເຫດລົດວິໂກ້ຕົກຂົວວັງອີງ ເມືອງຫລາ ແຂວງອຸດົມໄຊ.

ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນເວລາປະມານ 12:50 ໂມງ ໃນວັນທີ 7 /12/2022 ລົດກະບະວີໂກ້ສີປອນເງິນ 9789 ຫລວງນໍ້າທາ ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ພໍມາຮອດຈຸດເກີດເຫດ ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫຼາ ; ເຊິ່ງລົດຄັນດັ່ງກ່າວມີທັງໜົດ 4 ຄົນ ຍິງ 2 ຄົນ, 3 ຄົນ ຢູ່ບ້ານໝູຕື່ນນ້ອຍ ເມືອງບຸນໃຕ້ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ ເມືອງນາໜໍ້ແຂວງອຸດົມໄຊ.

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊ ສົມທົບກັບປະຊາຊົນເມືອງຫຼາ ໄດ້ດຳລົງນ້ຳເລິກກວ່າ 11 ແມັດ ແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກ ແມ່ນເສຍຊີວິດແລ້ວ.

” ຂໍສະແດງຄວາມເສຍໃຈດ້ວຍ “

Related Articles

Leave a Reply

Your email address will not be published. Required fields are marked *

Back to top button