😢ພົບແລ້ວ! ລົດຕົກຂົວທີ່ອຸດົມໄຊ ຕອນນີ້ກູ້ໄພຍັງເລັ່ງກູ້ສົບ ແລະ ລົດຂື້ນມາ.

ຈາກເຫດການໃນວັນທີ 8 ທັນວາ 2022 ຫນ່ວຍກູ້ໄພ ແລະ ປະຊາຊົນ ກຳລັງເລັ່ງກູ້ສົບຜູ້ເສຍຊີວິດ ຈຳນວນ 4 ຄົນ ຈາກເຫດລົດວິໂກ້ຕົກຂົວວັງອີງ ເມືອງຫລາ ແຂວງອຸດົມໄຊ.•ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນເວລາປະມານ 12:50 ໂມງ ໃນວັນທີ 7 ທັນວາ 2022 ລົດກະບະວີໂກ້ສີປອນເງິນ 9789 ຫລວງນໍ້າທາ ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ພໍມາຮອດຈຸດເກີດເຫດ.
ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫຼາ ; ເຊິ່ງລົດຄັນດັ່ງກ່າວມີທັງໜົດ 4 ຄົນ ຍິງ 2 ຄົນ, 3 ຄົນ ຢູ່ບ້ານໝູຕື່ນນ້ອຍ ເມືອງບຸນໃຕ້ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ ເມືອງນາໜໍ້ແຂວງອຸດົມໄຊ.•ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊ ສົມທົບກັບປະຊາຊົນເມືອງຫຼາ.
ໄດ້ດຳລົງນ້ຳເລິກກວ່າ 11 ແມັດ ແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກ ແມ່ນເສຍຊີວິດແລ້ວ.🙏🏻ຂໍສະແດງຄວາມເສຍໃຈດ້ວຍ.

