ຂອບໃຈ!.. ສສຊ ວາລີ ເວດສະພົງ ສະເໜີໃຫ້ຈ່າຍເງິນເດີອນພະນັກງານໃຫ້ຕົງເວລາ

ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ສະເໜີຢູ່ ກອງປະຊຸມສະໄໝສາມັນ.

ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໃຫ້ແກ້ໄຂບັນຫາການເບີກຈ່າຍເງິນເດືອນຊັກຊ້າ.

ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະເໜີຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022

ໃຫ້ແກ້ໄຂບັນຫາການເບີກຈ່າຍເງິນເດືອນທີ່ຊັກຊ້າ ເຊິ່ງ ທ່ານ ນາງ ວາລີ ໄດ້ປະກອບຄໍາຄິດເຫັນ ແລະ ສະເໜີ ໃນກອງປະຊຸມວ່າ: ເງິນເດືອນພະນັກງານບໍ່ແມ່ນແນວຕິດໜີ້ ເດືອນໜຶ່ງຕ້ອງໄດ້ເບີກເງິນ.

ເຖິງຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ ຢາກສະເໜີໃຫ້ກະຊວງການເງິນຫາວິທີແກ້ໄຂ ເພາະບາງຄົນກໍຖ້າກິນແຕ່ເງິນເດືອນ ບາງຄົນບໍ່ໄດ້ຮອດ 3 ເດືອນ ເຂົາເຈົ້າຈະຢູ່ແນວໃດ ບັນຫານີ້ຍາກພຽງໃດກໍຕ້ອງແກ້ ແລະ ບໍ່ຄວນມີອີກ.

ຊົມຄຼິບ.

https://youtu.be/fi-UD6RTqf4

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ກໍໄດ້ຕໍ່ຄຳສະເໜີຂອງ ສສຊ ຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ:

ສຳລັບຂັ້ນຕອນການເບີກເງິນເດືອນ ຈະບໍ່ໃຫ້ມີ 24 ລາຍເຊັນອີກ ສະເພາະເງິນເດືອນລັດຖະມົນຕີກະຊວງທີ່ກ່ຽວຂ້ອງເຈົ້າແຂວງເຊັນແມ່ນສາມາດປະຕິບັດໄດ້ເລີຍ ທີ່ຜ່ານມາແມ່ນຜ່ານເຖິງ 24 ລາຍເຊັນ.

ຈຶ່ງຜ່ານການອະນຸມັດແບບຄົບຖ້ວນ ເຮັດໃຫ້ມີການຊັກຊ້າໃນການຈ່າຍເງິນເດືອນ, ແຕ່ລະປີໃນເດືອນມັງກອນ ແມ່ນໄດ້ຂໍຢືມລ່ວງໜ້າໃນແຕ່ລະແຂວງ ທຸກກະຊວງບໍ່ສາມາດປະຕິບັດແຜນລາຍຈ່າຍ.

ຕໍ່ໄປຈະໃຫ້ລັດຖະມົນຕີເຊັນແມ່ນສຳເລັດ ບໍ່ຈຳເປັນຕ້ອງຮອດ 24 ລາຍເຊັນ ຄືທີ່ຜ່ານມາ, ສ່ວນເງິນເດືອນທີ່ຢູ່ຫ່າງໄກສອກຫຼີກ ກະຊວງການເງິນກໍໄດ້ຄົ້ນຄວ້າແລ້ວ ເຖິງຈະບໍ່ມາເອົາເງິນກໍຕາມ ທາງກະຊວງຈະເປີດບັນຊີເງິນຝາກໄວ້ ເມື່ອຮອດມື້ແລ້ວຈະເອົາເງິນຝາກບັນຊີໄວ້ ຖ້າບໍ່ມາຖອນກໍບໍ່ໃຫ້ມາຕິລັດຖະບານອີກ.

Related Posts

Leave a Reply

Your email address will not be published. Required fields are marked *