ອຸບັດເຫດ ລົດບັນທຸກ 18 ລໍ້ຢາງແຕກ ພຸ່ງຊົນລົດຈອດຕາມຖະໜົນທັງຫມົດ 4 ຄັນ ຕາຍ 1 ບາດເຈັບ 2 .

ສຸດເສົ້າສາວໄວ 27 ປີຈະແຕ່ງງານ 25 ທັນວາ ນີ້ ເລີກງານຍ່າງອອກຈາກໂຮງງານ ໂດຍແຟນຂັບຣົດປາເຈໂຣ່ມາລໍຮັບແຕ່ຫລັງລົດບັນທຸກຢາງແຕກມາຕຳລົດທະລຸມາຕຳແຟນສາວທີ່ກຳລັງຍ່າງມາຂຶ້ນລົດພໍດີອັດຮ່າງກັບລົດເສຍຊີວິດຄາທີ່.

ໃນວັນທີ 8/12/2022 ນີ້ ໄດ້ມີເຫດເກີດຂື້ນຢ່າງສຸດເສົ້າ ເຊີ່ງ ມີຄູ່ບ່າວສາວ ທີ່ຈະແຕ່ງງານກັນໃນມື້ວັນທີ 25 /12/2022 . ໃນມື້ວັນທີ 8 ທັນວາ ນີ້ ເຈົ້າບ່າວ ( ທ້າວ ຊົນທິ ບຸນລ້ຳ ອາຢຸ 30 ປີ )
ໄດ້ໄປຮັບເຈົ້າສາວ ( ນາງ ນັດ ອາຢຸ 27 ປີ ເປັນພະນັກງານໂຮງງານ ) ແລ້ວເວລາໄປຮອດທີ່ຫນ້າໂຮງງານ ທ້າວບຸນລ້ຳກໍ່ໄດ້ໄປຮອດຢູ່ຫນ້າໂຮງງານ ນາງ ນັດກໍ່ຍ່າງອອກມາ.

ແລ້ວກຽມຂື້ນລົດ ຂະນະນັ້ນໄດ້ມີລົດບັນທຸກ18ລໍ້ ຢາງແຕກເສຍຫລັກມາຕຳເອົາລົດປາເຈໂຣລົດຂອງທ້າວ ຊົນທິ ບຸນລ້ຳ ເຮັດໃຫ້ລົດກະເດັນຫມູນພຸ່ງໄປອັດຮ່າງແຟນໃສ່ລົດທີ່ຈອດຂ້າງເສົາໄຟຟ້າ ເຮັດໃຫ້ແຟນ ( ນາງນັດ ) ເສຍຊີວິດຄາທີ່
ຊົມຄລີບ.
ເຫດຄັ້ງນີ້ ແມ່ນມີລົດຈັກຈຳນວນ3 ຄັນ ແລະ ມີ ລົດໃຫຍ່ 2 ຄັນ ໄດ້ຮັບຄວາມເສຍຫາຍ, ມີຜູ້ບາດເຈັບ 1 ຄົນ, ເສຍຊີວິດ 1 ຄົນ.