ແຊເຕືອນ…!! ສາຍມັກດື່ມລະວັງ ກິນເຫຼົ້າ – ເບຍ ຫຼາຍເຮັດໃຫ້ເຖົ້າໄວ ອາຍຸສັ້ນ

ແພດເຕືອນການດື່ມເຫຼົາ, ເບຍ (Alcohol), ຈະເຮັດໃຫ້ ຂາດ Vitamin B ສົ່ງຜົນໃຫ້ຜິວ “ຈືດ, ແຫ່ວແຫ້ງ, ຢ່ອນຍານ” ເປັນສິວ ແລະພະຍາດສະເກັດເງິນທີ່ຂຶ້ນ ເປັນພື່ນນູນແດງ ມີສະເກັດສີເງິນປົກຄຸມ ພົບເລື້ອຍ ທີແຂນສອກ ຫົວເຂົ່າ ຕົນຕົວ ແລະ ແພດຜູ້ຊ່ຽວຊານທາງດ້ານພະຍາດຜິວຫນັງ ເຜີຍໃຫ້ຮູ້ເຖິງຜົນຮ້າຍຂອງ Alcohol ຕໍ່ຜິວຫນັງວ່າ: ປັດຈຸບັນຫລາຍຄົນເລີ່ມເຂົ້າໃຈວ່າ: ການສູບຢາ ເຮັດໃຫ້ເຖົ້າໄວຊຶ່ງກະຊວງສາທາລະນະສຸກໃນຫລາຍປະເທດ ໄດ້ກໍານົດໃຫ້ມີຄໍາເຕືອນຢ່າງຊັດ ແຈ້ງຢູ່ທີ່ຊອງຢາສູບວ່າ

ຊື່ງນອກຈາກ Alcohol ຈະເຮັດໃຫ້ມີຜົນເສຍຕໍ່ສຸຂະພາບແລ້ວຍັງເຮັດໃຫ້ເປັນພະຍາດຕັບ, ພະຍາດ ກ້າມຊີ້ນຫົວໃຈ, ເສັ້ນເລືອດຫົວໃຈຕີບຕັນ, ຫົວໃຈ ເຕັ້ນຜິດປົກກະຕິ, ເສັ້ນເລືອດໃນສະຫມອງແຕກ, ເດັກ ນ້ອຍໃນທ້ອງແມ່ພິການ, ມະເຮັງເຕົ້ານົມ, ກ້າມຊີ້ນ ອ່ອນແຮງ ແລະ ອາດເກີດອຸປະຕິເຫດເມື່ອຂັບລົດ. ນອກນັ້ນແພດຍັງໄດ້ກ່າວອີກວ່າ: ການດື່ມ Alcohol ນອກຈາກຈະມີຜົນຕໍ່ສຸຂະພາບຮ່າງກາຍ ຍັງເຮັດໃຫ້ເກີດຜົນເສຍຕໍ່ສຸຂະພາບທົ່ວໄປແລ້ວ.

ການສູບຢາເຮັດໃຫ້ເຖົ້າໄວ ເພາະສານ Nicotine ໃນຢາສູບເຮັດໃຫ້ການໄຫລ ວຽນຂອງເລືອດຊ້າລົງເຮັດໃຫ້ຜິວບາງຜິວຢ່ອນຍານ ແລະ ແຫ້ງ ເກີດມະເຮັງຜິວຫນັງໄດ້ງ່າຍຂຶ້ນ ເວລາ ເປັນບາດຈະເຊົາຊາ. ແພດຜິວຫນັງຖືວ່າການສູບຢາ ເປັນອັນຕະລາຍຢ່າງຮຸນແຮງຕໍ່ຜິວຫນັງທຽບເທົ່າກັບ ການຖືກແສງແດດເຜົາຜານ ຫລາຍຄົນຈຶ່ງເຊົາ ສູບຢາ ຫັນຫນ້າມາດື່ມເຄື່ອງດື່ມ Alcohol ແທນ.

ອີກຢ່າງຫນຶ່ງຜູ້ທີ່ດື່ມ Alcohol ຈົນເມົາຫນັກບໍ່ໄດ້ເຮັດຄວາມສະອາດໃບຫນ້າກ່ອນ ນອນ ເຮັດໃຫ້ເກີດພີ່ນແພ້ເຄື່ອງສໍາອາງ ແລະ ເກີດ ສິວໄດ້ງ່າຍ. ໂດຍທົ່ວໄປຖືວ່າ ຜູ້ຊາຍຖ້າດື່ມບໍ່ເກີນມື້ລະ 2 ຈອກ ແລະ ຜູ້ຍິງ, ຜູ້ອາຍຸສູງ ຖ້າດື່ມບໍ່ເກີນມື້ລະ 1 ຈອກ ກໍ່ຈະບໍ່ກໍ່ໃຫ້ເກີດບັນຫາຫລາຍ (1ຈອກ ຫມາຍ ເຖິງເບຍ ຫລື ແວງ 1ຈອກ) ແຕ່ບຸກຄົນຕໍ່ໄປນີ້ ຫ້າມດື່ມໂດຍເດັດຂາດ ຄື:

ຜູ້ຍິງຖືພາມານ, ຍິງທີ່ ຢາກມີລູກ, ຜູ້ທີ່ຕ້ອງຂັບລົດ ຫລື ເຮັດວຽກກ່ຽວກັບ ເຄື່ອງຈັກຫນັກ, ຜູ້ທີ່ຮັບປະທານຢາບາງຢ່າງ, ຜູ້ທີ່ ມີພະຍາດປະຈໍາຕົວທີ່ຈະກໍ່ໃຫ້ເກີດເປັນແຮງຂຶ້ນ ຖ້າ ໄດ້ຮັບ Alcohol ຜູ້ທີ່ຫາກໍ່ເຊົາຈາກພະຍາດພິດ ເຫລົ້າຊໍາເຮື້ອ ແລະ ຜູ້ທີ່ມີອາຍຸຕໍ່າກວ່າ 21 ປີ.

ຂໍ້ມູນຈາກ: ວາລະສານ ທາເກັດ

Related Posts

Leave a Reply

Your email address will not be published. Required fields are marked *