Lao News
ໂລກຕ້ອງຈາລຶກ ເມື່ອໄວລຸ້ນລາວສາມາດຕິດອັນດັບ 3 ຂອງໂລກ World e-Sport Championship 2022

ໃນລາຍການ ຊິງແຊ້ມໂລກ World e-Sport Championship 2022 ປະເພດເກມ Dota2.
ໂລກຕ້ອງຈາລຶກ ເມື່ອໄວລຸ້ນລາວສາມາດຕິດອັນດັບ 3 ຂອງໂລກ.
ແລະນີ້ກໍເປັນບົດຄວາມໃນໃຈທີ່ທາງສະຫະພັນ Lao Esports Federation ໄດ້ລະບຸໄວ້ຫລັງຈົບການແຂ່ງຂັນ.
“ການທີ່ທີມປະເທດລາວ ສາມາດຜ່ານອຸປະສັກຕ່າງໆມາໄດ້ຮອດຂະໜາດນີ້ ຖືເປັນຈຸດເລີ້ມຕົ້ນອັນຫຍິ່ງໃຫຍ່ທີ່ສຸດແລ້ວ ຈຸດເລີ້ມຕົ້ນທີ່ວ່າຄືບາດກ້າວທີ່ສາມາດຄວ້າມາໄດ້ ອັນດັບທີ່3 ຂອງລາຍການ ກັບງານ ອີສະປອດໃຫຍ່ໆແບບນີ້.
ເຮົາພູມໃຈໃນໂຕນັກກິລາ ແລະ ກອງເຊຍທຸກຄົນ ທີີ່ຮ່ວມແຮງຮ່ວມໃຈກັນຈົນມາຮອດຂະໜາດນີ້.
ຂໍຂອບໃຈງານ IESF ທີ່ເປັນເວທີໃຫ້ຄົນລາວເຮົາໄດ້ສະແດງຝີມືໃຫ້ກັບປະເທດອື່ນໄດ້ເຫັນວ່າຄົນລາວກໍມີຄວາມສາມາດຄືກັນ !!!
ຂໍຂອບໃຈທຸກໆຄົນທີ່ໃຫ້ກຳລັງໃຈ ແລະ ຂໍຂອບໃຈນັກກິລາທີ່ສູ້ຈົນສຸດຄວາມສາມາດ.
ຄັ້ງໜ້າເຮົາມາລຸຍໄປພ້ອມກັນອີກເນາະ !!!”
ບົດຄວາມຈາກ: ສະພະພັນກິລາອີສະປອສແຫ່ງຊາດລາວ.
ຊົມຄລິບ.