ຍົກໃຫ້ ສປປ ລາວ ເປັນປະເທດ ຈຸດໝາຍປາຍທາງ ອາຫານ ທີ່ແຊບທີ່ສຸດໃນໂລກ

👏 Gordon Ramsay ອາຍຸ 56 ປີ ຊຶ່ງເປັນ ເຊພແຕ່ງອາຫານ(Chef) ທີ່ມີຊື່ສຽງ.

ຈາກປະເທດອັງກິດ ຍົກໃຫ້ ສປປ ລາວ ເປັນປະເທດ ຈຸດໝາຍປາຍທາງ ອາຫານ ທີ່ແຊບທີ່ສຸດໃນໂລກ.

ໃນເວລາ ທີ່ລາວໃຫ້ສໍາພາດ ກັບ Cho Seung-yeon ຊຶ່ງເປັນ YouTuber ຊື່ດັງ ຈາຫ ສ ເກົາຫຼີ !

ໂດຍໃນການສໍາພາດ ໄດ້ມີການຖາມທ່ານ Gordon ວ່າ ປະເທດໃດ ເປັນຈຸດໝາຍປາຍທາງ ອາຫານ.

ທີ່ແຊບທີ່ສຸດໃນໂລກ ແລະ ທ່ານຕອບວ່າ ແມ່ນ ສປປ ລາວ, ຫວຽດນາມ ແລະ ແອັດສະປາຍ ຕາມລໍາດັບ.

ທ່ານ Gordon ກ່າວວ່າ ທ່ານ ຫາກໍ່ກັບມາຈາກປະເທດລາວ ຫຼັງຈາກໃຊ້ເວລາຫຼາຍມື້ ເດີນທາງ ໄປຫຼາຍແຂວງ ແລະ ຕາມເຂດຊົນນະບົດ.

ນອກແລວການທ່ອງທ່ຽວ, ແລະ ພົບວ່າ ອາຫານລາວ ສຸດຍອດຫຼາຍ !!!

ທ່ານໄດ້ພະຈົນໄພໄປທົ່ວໂລກ ແລະ ທ່ານພົບວ່າ ສປປ ລາວ ເປັນປະເທດ ທີ່ສວຍງາມຫຼາຍ !

Yahoo News

ຄລິບ.

Related Posts

Leave a Reply

Your email address will not be published. Required fields are marked *