ອຸຕຸແຈ້ງເຕືອນ! ໄລຍະວັນທີ 12 ຫາ 18 ທັນວາ 2022 ນີ້ ອຸນຫະພູມອາກາດຈະໜາວເຢັນລົງ 2 ຫາ 4 ອົງສາ ໃນແຕ່ລະພາກ

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 10/12/2022 ເຖິງເວລາ 7:00 ໂມງວັນທີ 11/12/2022

ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນຢູ່ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງ ທ້ອງຖິ່ນ.

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 14-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ, ຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 16-32 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນ ລະຫວ່າງ 21-32 ອົງສາ.-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18-32 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ, ຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

..

..

Related Posts

Leave a Reply

Your email address will not be published. Required fields are marked *