ຕໍ່ກະແສສັງຄົມຈໍານວນໜຶ່ງກ່ຽວກັບການເບິ່ງໂຕໜັງສືໃນທະນະບັດປະເພດໃບ 50.000 ກີບ “ຫ້າສິບພັນກີບ” (ລຸ້ນປີ 2020) ທີ່ຖ່າຍພາບຈາກກ້ອງຂອງຕົນເອງແລ້ວໂພສລົງ Facebook, ເຊິ່ງເບິ່ງຜິວເຜີນແລ້ວເຫັນເງົາໂຕໜັງສືຄ້າຍຄືເປັນຄຳວ່າ “ຫ້າສຶບພັນກືບ” ນັ້ນເປັນການສ້າງປະເດັນໃນສື່ສັງຄົມອອນລາຍ.

ສຳລັບໂຕໜັງສື “ຫ້າສິບພັນກີບ” ແມ່ນໄດ້ຂຽນຖືກຕ້ອງຕາມຫຼັກການທັງໝົດ ແລະ ໄດ້ຜ່ານການອອກແບບທີ່ໄດ້ມາດຕະຖານທາງວິຊາການຄົບຖ້ວນ, ຖ້າພວກເຮົາເບິ່ງຕາມໂທນສີຂອງໂຕໜັງສືກໍຈະເຫັນເປັນສະຫຼະຢ່າງຊັດເຈນ ແລະ ການອອກແບບແມ່ນໄດ້ໃຊ້ຂອບສີຂາວໃສ່ໂຕໜັງສື ເປັນການອອກແບບໂດຍໃຊ້ເອັບເຟັກ (effect) ເງົາຂອງຟ້ອນ (Font) ໂຕໜັງສື, ເຮັດໃຫ້ຕົວໜັງສືໜາ ແລະ ໂດດເດັ່ນຂຶ້ນຈາກອົງປະກອບອື່ນໆ.

ຈາກສີພື້ນຫຼັງ, ນັ້ນແມ່ນເຕັກນິກການອອກແບບເພື່ອເຮັດໃຫ້ແຕ່ລະອົງປະກອບຂອງທະນະບັດມີຄວາມຈະແຈ້ງຊັດເຈນ.ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜມັນ.

ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍ່ຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ.

ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ.
..

…

.

ແຫລ່ງທີ່ມາ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR