🔥 ລັດຖະບານ ອອກດຳລັດວ່າດ້ວຍການປະຢັດ ແລະ ຕ້ານການໃຊ້ຟຸມເຟືອຍ ເລກທີ 205/ລບ.
ມີຜົນບັງຄັບໃຊ້ກັບພະນັກງານ-ລັດຖະກອນທົ່ວປະເທດນັບແຕ່ 22 ກໍລະກົດ 2022 !!!
ໃນມາດຕາ 38 ຂອງດຳລັດໄດ້ລະບຸຫ້າມ ພະນັກງານ-ລັດຖະກອນ ແລະ ພະນັກງານລັດວິສາຫະກິດ ມີ ພຶດຕິກໍາ ດັ່ງນີ້:
1. ໃຊ້ຈ່າຍງົບປະມານ, ຊັບສິນ ແລະ ເວລາ ຢ່າງຟູມເຟືອຍໃນການຈັດງານຕ່າງໆ ເປັນຕົ້ນ ພິທີທາງ ລັດຖະການ, ງານດອງ, ງານລ້ຽງສັງສັນ,ງານບາສີສູ່ຂວັນ, ງານຊາປະນະກິດສົບ ລວມໄປເຖີ່ງງານບຸນປະເພນີຕ່າງໆ;
2. ສວຍໃຊ້ຫນ້າທີ່ຕໍາແຫນ່ງ, ສົມຮູ້ຮ່ວມຄິດ, ໃຫ້ ຫຼື ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ແລະ ເຄື່ອຍາດຄອບຄົວ.
3. ໃຊ້ສິດເກີນຂອບເຂດ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໄປເຖີ່ງສິດຜົນປະໂຫຍດອັນຊອບທໍາຂອງສັງຄົມ,ປະຊາຊົນບັນດາເຜົ່າ;
4. ປະລະຫນ້າທີ່ ແລະ ຄວາມຮັບຜິດຊອບ;
5. ກົດຫນ່ວງຖ່ວງດຶງ ແລະ ປອມແປງເອກະສານ ແລະ ໃບບິນ ກ່ຽວກັບການນໍາໃຊ້ງົບປະມານຂອງ ລັດ ແລະ ລັດວິສາຫະກິດ;
6. ພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.
*ໃນດຳລັດດັ່ງກ່າວຍັງລະບຸຕື່ມໃນມາດຕາ 52 ກ່ຽວກັບມາດຕະການຕໍ່ຜູ້ລະເມີດຂໍ້ຫ້າມ*ມາດຕະການຕໍ່ຜູ້ລະເມີດ ດຳລັດວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ ມີດັ່ງນີ້:
1. ອົງການຈັດຕັ້ງ ຫຼື ບຸກຄົນທີ່ລະເມີດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍການໃຊ້ຈ່າຍ ງົບປະມານຂອງລັດ ຈະຖືກດໍາເນີນມາດຕະການທາງດ້ານບໍລິຫານ, ປະຕິບັດວິໄນ ຫຼື ຖືກລົງໂທດ ໂດຍອີງຕາມລັກສະນະ ແລະ ລະດັບຄວາມຜິດ;
2. ຄະນະຮັບຜິດຊອບກວດກາໃດທີ່ຂາດຄວາມຮັບຜິດຊອບ ຕໍ່ຫນ້າທີ່ວຽກງານກວດກາການກະທໍາ ຟູມເຟືອຍ ແລະ ມີພຶດຕິກໍາຟູມເຟືອຍ; ບຸກຄົນທີ່ຂັດຂວາງການກວດກາ;
ບຸກຄົນທີ່ມີພຶດຕິກໍາເພື່ອຂົ່ມຂູ່ ຜູ້ ຮ້ອງຟ້ອງ, ຜູ້ລາຍງານກ່ຽວກັບການກະທໍາຟູມເຟືອຍຂອງຕົນ ຈະຖືກລົງໂທດ ແລະ ດໍາເນີນຄະດີ ຕາມກົດ ຫມາຍ ຕາມແຕ່ລະກໍລະນີ ເບົາ ຫຼື ຫນັກ.
ຂໍ້ມູນຈາກ ກະຊວງ ພາຍໃນ ໃຫ້ຮູ້ວ່າທົ່ວປະເທດລາວມີພະນັກງານລັດຖະກອນທັງໝົດ 176.151 ຄົນ,ຍິງ 83.102 ຄົນ. ຈຳນວນລັດຖະກອນທັງໝົດເມື່ອທຽບໃສ່ພົນລະເມືອງລາວ 7,3 ລ້ານຄົນ ແມ່ນກວມເອົາ 2,4%(ສະຖິຕິປີ 2021).
ທ່ານສາມາດເຂົ້າເບີ່ງລາຍລະອຽດຂອງດຳລັດນີ້ເພີມຕື່ມທີ່ລີ້ງໃນຄອມເມັ້ນ
ບົດຂ່າວໂດຍ: ອິນທະສອນ