ປາບປາມລາຍໃຫຍ່ແມ່ນຍາກສຸດເພາະມີຜູ້ມີອຳນາດບາງຄົນຢູ່ເບື້ອງຫຼັງ

ພົອ ວິໄລ ກ່າວໃນກອງປະຊຸມວ່າ ການແກ້ໄຂປາບປາມຢາບ້າແມ່ນ ຍາກສຸດ.

ລາຍໃຫຍ່ສ່ວນຫລາຍມີຜູ້ຢູ່ເບື້ອງຫລັງ, ຮູ້ບ່ອນຜະລິດ ແຕ່ບໍ່ສາມາດເຮັດຫຍັງໄດ້. ຜູ້ຂາຍກະເກັ່ງດຽວນີ້ກະເກັ່ງກວ່າແຕ່ກ່ອນອີກ, ຂົນສົ່ງຜ່ານທາງ200-300 ກິໂລແມັດ ຊິຢາຍກຳລັງໄປກວດໄປຍາມ 24 ຊົ່ວໂມງ.

ພວກເຮົາກະເຮັດບໍ່ໄດ້ ເພາະຊິນອນຊິລັບ ຊິຢູ່ຊິກິນ, ເລື່ອງກຳຈັດພວກຂົນສົ່ງຢາບ້ານີ້ບໍ່ແມ່ນແຕ່ປະເທດເຮົາປະເທດອື່ນກະຍາກຄືກັນ, ຢູ່ໃນທົ່ວໂລກນີ້ບັນຫາຂາຍຢານີ້ບໍ່ທັນຢຸດ ສະນັ້ນຈື່ງເປັນທາງທີ່ຍາກໃນການຄຸ້ມຄອງກຳຈັດ ພວກຂົນສົ່ງຄ້າຂາຍນີ້ໄດ້,

ຮ້າຍແຮງກວ່ານັ້ນຢູ່ປະເທດເຮົາ ຊິປາບປາມໄດ້ແນວໃດ ຂະຫນາດນາຍບ້ານ-ຮອງນາຍບ້ານກະຂາຍ ຮູ້ດີແຕ່ບໍ່ບອກຊື່ໆໆ, ມີຈຳພວກຫນື່ງກະແມ່ນເຮັດວຽກຢູ່ໃນການຈັດຕັ້ງລັດ ແລະ, ກຳລັງຕຳຫລວດເຮົານັ້ນແຫລະເປັນເບື້ອງຫລັງການຂົນສົ່ງແຕ່ເຮັດຫຍັງບໍ່ໄດ້ ເພາະບໍ່ເຫັນຕໍ່ຫນ້າດີແທ້ແມ່ນທຸກໆຄົນເປັນເຈົ້າການໃນການປາບປາມ,

ສ່ວນຂອງກາງຕ່າງທີ່ເຈົ້າຫນ້າຢືດໄດ້ສ່ວນຫລາຍແມ່ນຢາ ແລະ ລົດ, ສ່ວນລົດເອົາມາໄວ້ເປັນປີມັນກະເປເພ່ຫມົດ. ຖ້າຢືດໄດ້ແຕ່ເງີນແຕ່ເງີນ ເປັນມັດໃຫຍ່ຄືຊິລວຍແຮງ,

ຢືດໄດ້ລົດຄະດີຍັງບໍ່ແລ້ວຊິເອົາໄປຂາຍມັນກະບໍ່ໄດ້, ຢືດໄດ້ດີນບັງຄັ້ງກະໄດ້ສົ່ງຄືນກະມີ ( ລາຍລະອຽດແມ່ນເຊີນທ່ານຊົມ.

ຄລິບ.

https://youtu.be/NX0sfdoFbM0

Related Posts

Leave a Reply

Your email address will not be published. Required fields are marked *