ໂສມຫນ້າ ເຈົ້າຂອງຢາ 4 ລ້ານເມັດ ເຊື່ອງໃນລົດສະແຕັກ.

ໂສມຫນ້າ ເຈົ້າຂອງຢາ 4 ລ້ານເມັດ ເຊື່ອງໃນລົດສະແຕັກ.

ນິ້ຄືໂສມຫນ້າເຈົ້າຂອງຢາເສບຕິດ ເກືອບ 4 ລ້ານເມັດ ທີ່ຊຸກເຊື່ອງນຳລົດສະແຕັກ ທີ່ຫນອງຄາຍຈັບໄດ້ ໃນຄັ້ງຜ່ານມາ ຖືກເຈົ້າຫນ້າທີ່ ປກສ ຈັບໄດ້ ໃນວັນທີ 24/11/2022.

ຜູ້ຖືກຫາ ຊື່ນາງ ຫນູແດງ ຫລື ວັນ ອາຍຸ 29 ປີ ບ້ານຄູນມະນີ ແລະ ນາງ ດອນ ອາຍຸ 45 ປີ ບ້ານຄູນຄຳ ທັງສອງເມືອງຄູນຄຳ ແຂວງຄຳມ່ວນ.

#ເນື້ອໃນລະອຽດ, ໃນເວລາ 14:00 ໂມງ ຂອງວັນທີ 19 ທັນວາ 2022 ເຈົ້າໜ້າທີ່ໄດ້ຖະແຫຼງຂ່າວຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນຂະຫຍາຍຜົນດຳເນີນຄະດີຢາເສບຕິດ ປະເພດຢາບ້າ ຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ທີ່ເຈົ້າໜ້າທີ່ໄທຍຶດໄດ້ຢູ່ໃນລົດສະແຕັກຂົນສົ່ງນ້ຳມັນ ທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍ ປະເທດໄທ ໃນຄັ້ງວັນ 23 ພະຈິກ 2022 ສາມາດຈັບຕົວຜູ້ຖືກຫາ 2 ຄົນ.

ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຖະແຫຼງວ່າ: ໃນວັນທີ 24 ພະຈິກ 2022 ເຈົ້າໜ້າທີ່ຕຳຫຼວດໄດ້ຮັບຂໍ້ມູນ ແລະ ປະສານງານກັບເຈົ້າໜ້າທີ່ໄທມີເປົ້າໝາຍທີ່ເປັນຄົນລາວມີສ່ວນພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້; ຕໍ່ກັບເຫດການດັ່ງກ່າວ ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດ ກໍໄດ້ແຕ່ງຕັ້ງໃຫ້ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍດໂດຍມີການປະສານສົມທົບກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ, ຮອດວັນທີ 30 ພະຈິກ 2022 ຈື່ງສາມາດຈັບຕົວບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງກ່າວ ຈຳນວນ 2 ຄົນ ຄື: ນາງ ໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານ ຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ນາງ ດອນ , ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງ ຄຳມ່ວນ ມາດຳເນີນຄະດີຕາມ ກົດໝາຍ ຂອງ ສປປ ລາວ.

ຜ່ານການສືບສວນ-ສອບສວນທັງສອງຄົນກໍໄດ້ຮັບສາລະພາບວ່າ: ໄດ້ມີການພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ ( ຄົນໄທ ) ທີ່ຂັບລົດສະແຕັກຂົນສົ່ງນຳ້ມັນ ຊຸກເຊື່ອງຢາເສບຕິດທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາແມ່ນເຄີຍຕິດຕໍ່ພົວພັນກັບການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງຄັ້ງນີ້.

ໃນແຕ່ລະຄັ້ງແມ່ນ ນາງ ດອນ ເປັນຜູ້ຕິດຕໍ່ຫາ ນາງ ໜູແດງ ແລ້ວ ນາງ ໜູແດງ ກໍຕິດຕໍ່ຫາທ້າວ ປຣາສິດ ປັນພູມີ ໃນເວລາຜູ້ກ່ຽວມາສົ່ງນ້ຳມັນຢູ່ ສປປ ລາວ ແລ້ວຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາເສບຕິດ, ຈາກນັ້ນ ນາງ ດອນ ກໍຈະບອກໃຫ້ຄົນເອົາຢາເສບຕິດມາສົ່ງໃຫ້ບ່ອນຈຸດນັດໝາຍ, ຈາກນັ້ນ ນາງ ດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວ ປຣະສິດ ປັນພູມີ ( ຄັ້ງລະ 40,000 ບາດ ຫາ 100,000 ບາດ ) ແລ້ວ ທ້າວ ປຣາສິດ ປັນພູມີ ກໍຈະຈ່າຍໃຫ້ ນາງ ໜູແດງ ຕາມການຕົກລົງກັນໄວ້.

Related Posts

Leave a Reply

Your email address will not be published. Required fields are marked *