ຮ່ວມສົ່ງ ປ່າເຢັ້ງຊາ ລໍ່ Payengxa Lor Miss Universe Laos 2022 ສູ່ເວ ຈັກກະວານຢ່າງອົບອຸ່ນ ຂໍໃຫ້ໂຊກດີມີໄຊເດີ້.

ປະມວນພາບປະທັບໃຈ ຂອງ ປ່າເຢັ້ງຊາ ລໍ່ Payengxa Lor Miss Universe Laos 2022 ກ່ອນເດີນທາງສູ່ສະຫະລັດອາເມລິກາ ເພື່ອຮ່ວມປະກວດ Miss Universe 2022.

ບັນຍາກາດຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເຕັມໄປດ້ວຍຄວາມອົບອຸ່ນ ໂດຍມີບັນດາແຟນນາງງາມ, ໝູ່ເພື່ອນ ແລະ ຄອບຄົວ ທີ່ມາສົ່ງສາວງາມຄົນນີ້ໄປຊີງມຸງກຸດ ໃນຄໍ່າຄືນວັນທີ 20 ທັນວາ 2022

ສຳລັບການປະກວດ Miss Universe 2022 ຈະມີຂຶ້ນໃນວັນທີ 14 ມັງກອນ 2023 ທີ່ລັດລຸຍເຊຍນາ ສະຫະລັດອາເມລິກາ ແລະ ເປັນຄັ້ງທຳອິດທີ່ຈັດໂດຍ JKN Global Group.

ເຊິ່ງເປັນກຸ່ມບໍລິສັດຂອງ ແອນ ຈັກກະພົງ ຈາກໄທ ທີ່ຫາກໍເຂົ້າຊື້ກິດຈະການກອງປະກວດເມື່ອບໍ່ດົນມານີ້.

