ເດືອນ11 ລາວສົ່ງ ຄຳປະສົມ ແລະ ຄຳແທ່ງ ບັນລຸ 63 ລ້ານໂດລາ

ສິນຄ້າສົ່ງອອກທັງໝົດ ປະມານ 519 ລ້ານໂດລາສະຫະລັດ.

ໃນນີ້, ສິນຄ້າທີ່ສົ່ງອອກ 10 ອັນດັບພາຍໃນເດືອນໄດ້ແກ່: ຄຳປະສົມ ແລະ ຄຳແທ່ງ 63 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 54 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 44 ລ້ານໂດລາສະຫະລັດ, ຢາງພາລາ 41 ລ້ານໂດລາສະຫະລັດ,

ເກືອກາລີ 37 ລ້ານໂດລາສະຫະລັດ, ແຮ່ທອງ31 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 23 ລ້ານໂດລາສະຫະລັດ, ນ້ຳຕານ 22 ລ້ານໂດລາສະຫະລັດ, ເກີບ 19 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 15 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບພາຍໃນເດືອນ ໄດ້ແກ່: ຈີນ 218 ລ້ານໂດລາສະຫະລັດ, ຫວຽດນາມ 107 ລ້ານໂດລາສະຫະລັດ, ໄທ 62 ລ້ານໂດລາສະຫະລັດ, ອົດສະຕາລີ 40 ລ້ານໂດລາສະຫະລັດ ແລະ ຮົງກົງ 16 ລ້ານໂດລາສະຫະລັດ.

Related Posts

Leave a Reply

Your email address will not be published. Required fields are marked *