ຕອນບ່າຍ ວັນທີ 22 ທັນວາ 2022 ໄດ້ມີປະຊາຊົນຢູ່ ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຂຸດພົບພຣະພຸດທະຮູບ ທັງອົງໃຫຍ່ແລະອົງນ້ອຍ ຢູ່ໃນເຂດດິນຂອງຕົນເອງ.

ດັ່ງນັ້ນ ທາງຫນ່ວຍງານຂອງຫ້ອງການ ຖະແຫລງຂ່າວແລະວັດທະນະທຳ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ລົງກວດກາ ແລະກວດສອບຂໍ້ມູນຕ່າງໆ ຂອງພຣະພຸດທະຮູບເຫລົ່ານີ້ແລ້ວໄດ້ນຳໄປເກັບຮັກສາໄວ້ທີ່ວັດສຼີບຸນເຮືອງ ບ້ານໂນນອຸດົມ ເມືອງອຸທຸມພອນ.

ເຊິ່ງລາຍລະອຽດຂອງຈາຣຶກທີ່ຢູ່ໃນຖານພຣະພຸດທະຮູບອົງໃຫຍ່ນັ້ນແມ່ນມີຄວາມໝາຍແປເປັນພາສາລາວໃນປັດຈຸບັນຄື :

” ສັງກາດ ໓໖ ຕົວ ປີກາບຍີ່ ເດືອນຍີ່ ຂຶ້ນ ໑໕ ຄ່ຳ ວັນ ໑ ແສນມຸນຕີ ມີຜາສາດສັດທາສ້າງພຣະເຈົ້າໄວ້ຕາບຕໍ່ເທົ່າ ໕ ພັນວັດສາ ນິພານະ ປັດໄຈໂຍ ໂຫຕຸ ຈສ.໑໐໓໖. ພສ.໒໒໑໗ “

…
…

.

ຂໍຂອບໃຈຂ່າວຈາກ : ພອນປະເສີດ ແຜນພັກດີ.
ຮຽບຮຽງໂດຍ: Art and Culture of Laos