ເຈັບໜັກ 1 ຄົນ ເຫດລົດຈັກເສຍຫລັກຕົກຄອງ ເຂດ ບ້ານດອນນົກຄຸ້ມ.

#ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດ ພົບຜູ້ບາດເຈັບ 1ຄົນ. ອາການເບື້ອງຕົ້ນແມ່ນ : ຫມົດສະຕິ, ຄາງແຕກ.

ໃນວັນທີ 22/12/2022 ເວລາ 21:01ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດ ມີລົດຈັກເສຍຫລັກຕົກຄອງ ເຂດ ບ້ານດອນນົກຄຸ້ມ ເມືອງ ໄຊເສດຖາ ແຂວງນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ທີມງານໜ່ວຍກູ້ໄພນະຄອນຫລວງ 1624 ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ 103 ເພື່ອປິ່ນປົວໃຫ້ຊ່ວງເຊົາ.
