#ເມື່ອຂ້ອຍເປັນລື້ແລ້ວຜົວເປັນລາວ
ເລື່ອງມີຢູ່ວ່າພີມດາວເປັນໄອມາຫຼາຍມື້ກິນຢາຫຼວງແລ້ວບໍ່ເຊົາຂ້ອຍເລີຍບອກໃຫ້ພໍ່ພີມດາວໄປຊອກຂຸດຮາກຢາມາແຊ່ນ້ຳໃຫ້ພີມດາວກິນ
ເພາະຜູ້ເຖົ້າສະໄໝກ່ອນເລາເປັນໄອເພິ່ນກໍເອົາຮາກຢາຊະນິດນີ້ມາແຊ່ນ້ຳໃຫ້ກິນແລ້ວອາການໄອກໍຈະຫາຍດີເປັນປົກກະຕິ ລວມທັງຂ້ອຍຕອນຍັງນ້ອຍພ້ອມ.
ຂ້ອຍ: ເຈົ້າໄປຊອກຮາກຕົ້ນໂຫງເອົາຮາກແກ່ໆມາເຜົາໄຟແລ້ວແຊ່ນ້ຳໃຫ້ລູກກິນເດີ້

ພໍ່ພີມດາວ: ຕົ້ນແນວໃດຕົ້ນໂຫງ #ພ້ອມກັບເຮັດໜ້າງົງໆ
ຂ້ອຍ:ກະຕົ້ນທີ່ຄົນແຕ່ກີ້ປູກໃສ່ແຄມຮົ້ວນະ ໃບມັນມົນໆ ໜ່ວຍແກ່ມັນແກ່ນດຳໆເຂົາເອົາມາທັບເອົາທາສົ້ນຕີນແຕກຢາມໜາວ ກ້ານມັນມີຢາງ.
ເອົາເປົ່າຫຼິ້ນເປັນຟອງກໍໄດ້ ເວລາເປັນແຜໃນປາກຮ້ອນໃນເອົາຢາງມັນທາກໍດີ #ອະທິບາຍຍາວຍຽດດດດດເພື່ອໃຫພໍ່ພີມດາວຄິດອອກ
ພໍ່ພີມດາວ: ໂອ້ຍຍຍຍຕົ້ນໝາກຫຸ່ງເຍົາຫັ້ນຕິ ໝາກຫຸ່ງເຍົາກະວ່າໝາກຫຸ່ງເຍົາຊິມາຕົ້ນໝາກໂຫງ ໝາກໂຫງຫຍັງຢູ່ນີ້.

🙄🙄🙄🙄 #ບ້ານເຈົ້າເດີ້ເອີ້ນຊື່ຕົ້ນນີ້ວ່າແນວໃດ🙄🙄🙄🙄 #ເກືອບຜິດກັນຍ້ອນຊື່ຕົ້ນຮາກຢາ
ຕົ້ນດຽວກັນແຕ່ເອີ້ນຄົນລະຊື່