ຮັກໝັ້ນນິລັນດອນ..!! ເຈົ້າບ່າວ ອາຍຸ 26 ຕັດສິນໃຈແຕ່ງງານກັບຍິງຕາບອດ ອາຍຸ 45 ປີ

ເຈົ້າບາວຫນຸ່ມຫ້າວໆອາຍຸ 26 ປີ ຕັດສິນໃຈແຕ່ງຍິງແກ່ຕາບອດໂດຍບໍ່ຫວງເທວະດາຟ້າແທນ

ວັນທີ 25/4/2018 ຢູ່ໂຮງໝໍ ນະຄອນໄກສອນ(ສະມາຄົມພິການຕາ)ແຂວງສະຫວັນນະເຂດ ໄດ້ຈັດງານແຕ່ງດອງໃຫ້ແກ່ຜູ້ບ່າວອາຍຸ 26 ປີ ກັບສາວພິການສາຍຕາ ອາຍຸ 45 ປີ ນີ້ລະເພີ່ນວ່າບຸບເພສັນນິວາດຮັກແທ້ມີຈິ່ງ.

ຍີນດີນຳຄູບ່າວສາວ ນາງ ດຳ+ ທ້າວ ສົມບູນ ເດີເຈົ້າບ່າວບອກວ່າທີ່ແຕ່ງງານກັບແມ່ຍິງຄົນນີ້ຍ້ອນວ່າສົງສານລາວຢາກຊ່ວຍເຫຼຶອລາວເວລາໄປມາຢາກຈູງແຂນຢາກຈັບມືລາວເວລາລາວລຳບາກ ແລະ ຈະຂໍຮັກແມ່ຍີງຕະຫຼອດຊີວິດ.

ງານນີ້ໝູ່ຄູ່ທີ່ພິການມາອວຍພອນຢ່າງສົມກຽດພິເສດ ນັກຮ້ອງກະພິການຕາເຫັນແລ້ວນຳ້ຕາຊຶມໃນຄວາມປິຕິຍິນດີນຳທັງສອງ.

ພາບ ແລະ ຂ່າວ: ນາງ ຈັນສະໝອນ ສີຣິທະສັກ

Related Posts

Leave a Reply

Your email address will not be published. Required fields are marked *