ຮີບໄປສະໝັກເລີຍ…!! ເອົາໃຈສາຍມັກນອນ ນອນຫຼາຍທີ່ສຸດຊະນະຮັບເງິນໄປເລີຍ ​350 $

ປະເທດໂມເຕເນໂກ ຈັດການແຂ່ງຂັນ ນອນຫຼາຍທີ່ສຸດ ຊະນະ! ຮັບເງິນໄປເລີຍ $350

ເອົາໃຈສາຍຄົນມັກນອນ ທີ່ປະເທດໂມເຕເນໂກ ແຂ່ງຂັນນອນ ຜູ້ທີ່ໄດ້ຮັບໄຊຊະນະ ຈະໄດ້ຮັບເງິນລາງວັນໄປເລີຍ 350 ໂດລາສະຫະລັດ ຫຼື ປະມານ 3 ລ້ານກວ່າກີບ.

ໂດຍມີກົດການເຂົ້າຮ່ວມວ່າ ຜູ້ແຂ່ງຕ້ອງນອນລ້າໆ ຫ້າມຍ່າງອອກໄປບ່ອນອື່ນ ຢູ່ໄດ້ແຕ່ໃນໂຊນຂອງໂຕເອງເທົ່ານັ້ນ ແລະຈະເຂົ້າຫ້ອງນ້ຳໄດ້ ທຸກໆ 8 ຊົ່ວໂມງ.

ການແຂ່ງຂັນນີ້ ມີມາຕັ້ງແຕ່ປີ 2011 ແລ້ວ!!! ເຊິ່ງລ່າສຸດນີ້, ຫາກໍຈັດການແຂ່ງຂັນໄປແລ້ວ ເມື່ອວັນທີ 24 ສິງຫາເດືອນຜ່ານມາ.

ແຫຼ່ງຂໍ້ມູນ:evpss.co/19d33b#ນັກທຸລະກິດລາວ#NewCEOLAOS

Related Posts

Leave a Reply

Your email address will not be published. Required fields are marked *