ພົບຍຸງກາຍພັນທີ່ທົນຕໍ່ຢາຂ້າຍຸງລະດັບສຸດໃນປະເທດຫວຽດນາມ ແລະ ກຳປູເຈຍ

ພົບຍຸງກາຍພັນທີ່ທົນຕໍ່ຢາຂ້າຍຸງລະດັບສຸດ, ຈະມີການຕາຍພຽງເລັກນ້ອຍ ຫຼື ບາງໂຕອາດບໍ່ຕາຍເລີຍ ໃນປະເທດຫວຽດນາມ ແລະ ກຳປູເຈຍ.
ຜູ້ຊ່ຽວຊານຊີ້ອາດຈະຕ້ອງກຽມຄວາມພ້ອມ ແລະ ເປັນຫ່ວງວ່າມັນຈະກາຍເປັນສຸດຍອດໂຕນຳເຊື້ອພະຍາດໄປທົ່ວອາຊີ ຍ້ອນພາວະໂລກຮ້ອນ.
ຊິນຈີ ຄາໄຊ (Shinji Kasai) ນັກຄົ້ນຄວ້າຈາກສະຖາບັນພະຍາດຕິດຕໍ່ແຫ່ງຊາດໃນຍີ່ປຸ່ນ ໄດ້ສຶກສາຕົວຢ່າງຍຸງໃນປະເທດຫວຽດນາມ ແລະ ກຳປູເຈຍ ທີ່ມີພະຍາດໄຂ້ເລືອດອອກລະບາດ ພົບວ່າຍຸງກາຍພັນເປັນ “ຊຸບເປີຍຸງ” ທີ່ທົນຕໍ່ຢາຂ້າຍຸງປະເພດທີ່ມີຊື່ວ່າ ‘Pyrethroid’ ຫຼື ເຂົ້າໃຈງ່າຍໆວ່າ ຢາສິດຍຸງຕາມບ້ານເຮືອນ.
ໂດຍລານງານໄດ້ຂຽນໄວ້ວ່າ: ຢາສິດຍຸງໃນການສຶກສານັ້ນ ຂ້າຍຸງໄດ້ພຽງ 10% ຂອງທັງໝົດ.
ເຮັດໃຫ້ຜູ້ຊ່ຽວຊານເປັນຫ່ວງ ເພາະຍຸງ ເປັນຕົວນຳເຊື້ອພະຍາດຫຼາຍຊະນິດ ເຊັ່ນ: ໄຂ້ເລືອດອອກ, ໄວຣັສຊີກາ.
ທີ່ມາ.
New Scientist : Many mosquitoes are now insecticide-resistant in Vietnam and Cambodia.
Washington Post : High number of mosquitoes found with mutation that resists insecticides.
ABC News : ‘Super’ mosquitoes have now mutated to withstand insecticides, scientists say.
ບົດລາຍງານການຄົ້ນຄວ້າ: Science Advances , Discovery of super–insecticide-resistant dengue mosquitoes in Asia: Threats of concomitant knockdown resistance mutations