ສຳນັກຂ່າວຕ່າງປະເທດລາຍງານວ່າ ຄືນທີ່ 8 ພະຈິກ 2022 ນີ້ ເກີດປະກົດການກົບກິນເດືອນ ຫຼື ເດືອນສີເລືອດ (ຈັນທະລຸປາຣາຄາ) ທີ່ເກີດຂຶ້ນໃນທົ່ວໂລກ.
ໃຜທີ່ໄດ້ຮັບແສງຂອງດວງເດືອນໃນມື້ນີ້ອາດເຮັດໃຫ້ດວງຕົກ ວາດສະໜາຕ່ຳ ຄວາມໂຊກດີໜີຫາຍ ຄວາມໂຊກຮ້າຍຈະມາເຍືອນ ເຊິ່ງໄດ້ຮັບການເຕືອນຈາກອາຈານໂຫລາສາດຂອງຈີນ ແລະ ໄທ ສະນັ້ນຈຶ່ງມີການເຕືອນຄືດັ່ງນີ້.
ຫຼີກລ້ຽງການອອກຈາກເຮືອນໃນເວລາ 17: 00- 21: 00 ໂມງ.
ບໍ່ແນະນຳໃຫ້ໄປຮ່ວມງານໃດໆໃນຄືນແສງຈັນ.
ຖາມໃຫ້ຮ່າງກາຍຖືກນ້ຳຝົນຖ້າເກີດມີຝົນຢອຍກໍ່ຕາມຖ້າຫຼີກບໍ່ໄດ້ເວລາກັບບ້ານໃຫ້ຟ້າວອາບນ້ຳສຳລະຮ່າງກາຍໂດຍດ່ວນ
ແນວໃດກໍ່ຕາມທັງໝົດລ້ວນເປັນຄວາມເຊື່ອສ່ວນໂຕຂອງບຸກຄົນ
ອ້າງອີງຈາກ Amarin News