ອຸຕຸເຕືອນອາກາດໜາວເຢັນຫຼາຍ, ໄລຍະ 29 ທັນວາ ຫາ 1 ມັງກອນ ອຸນຫະພູມໜາວເຢັນລົງ 1-3 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງ: ມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ໃນໄລຍະວັນທີ 29 ທັນວາ 2022 ຫາ 01 ມັງກອນ 2023 ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູ.

ພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ.ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ.

ກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ ແລະ ອາກາດໜາວເຢັນຫຼາຍ.
