ຖ້າປະຊາຊົນຍັງທຸກຢູ່ ເຖິງຈະປຸກເຮືອນຫຼັງໃໝ່ໃຫຍ່ໆງາມໆ ໃຫ້ເຮົາຈະບໍ່ຢູ່ ເພາະຄິດອາຍປະຊາຊົນທ່ານ ໜູຮັກ ພູມສະຫວັນ ປະທານປະເທດ ຄົນທີ 3 ຂອງ ສປປ ລາວ ເຄີຍກ່າວວ່າ.

“ມີຫຼາຍເທື່ອ, ມີພະນັກງານການຈັດຕັ້ງມາບອກກັບເຮົາ ເພື່ອຈະມ້າງຫຼັງເກົ່າ ແລ້ວປຸກຫຼັງໃໝ່ໃຫ້ໃຫຍ່ງາມກວ່າເກົ່າ ນັບທັງຮົ້ວກໍາແພງ ກໍ່ເອນງ່ຽງຈະລົ້ມຢູ່ແລ້ວ, ເຮົາບອກກັບພະນັກງານທີ່ມີຄວາມຫວັງດີ ນັ້ນວ່າ:“

ຂອບໃຈທີ່ມີຄວາມຫວັງດີຕໍ່ເຮົາ, ເຮົາວ່າ ຢູ່ຄືແນວນີ້ກໍດີແລ້ວ ຄິດເຖີງສະໄໝທຳການຕໍ່ສູ້ກູ້ຊາດ ພວກເຮົາຍັງພາກັນນອນຢູ່ໃນປ່າດົງ, ນອນຢູ່ໃນຖ້ຳ ຫຼື ກ້ອງກົກໄມ້ໃຫຍ່ ທາກກັດຍຸງກິນ ຝົນຕົກຮ່າໃສ່ຫົວກໍ່ຍັງຢູ່ໄດ້.
ຢູ່ຄືແນວນີ້ ແມ່ນດີຫຼາຍແລ້ວ ກຳແພງວ່າມັນເອນອ່ຽງຈະລົ້ມກໍເອົາໄມ້ແຂງໆໄປຄໍ້າໄວ້ບໍ່ໃຫ້ມັນລົ້ມ ເອົາເງິນກ້ອນນັ້ນໄປຊ່ວຍເຫຼືອປະຊາຊົນທີ່ພວກເຂົາຍັງທຸກຍາກຢູ່ ຈະດີກວ່າ ເນີ…. ເນີ..!

ຖ້າປຸກໃຫ້ເຮົາໃໝ່ໃຫຍ່ງາມ ເຮົາຈະບໍ່ຢູ່ ເພາະຄິດອາຍປະຊາຊົນ ເນີ..! ”ຄັດຈາກ: ຕອນໜຶ່ງຄໍາກ່າວ ຈາກທ່ານ ໜູຮັກ ພູມສະຫວັນ,ເນື່ອງໃນໂອກາດ.
ລະນຶກເຖິງອະດີດ ພໍ່ເຖົ້າໃຫ່ຍ ໜູຮັກ ພູມສະຫວັນ ເນື່ອງໃນຄ້າຍວັນເກີດ ຄົບຮອບ 108 ປີ.(09/04/1914 – 09/04/2022) ຜູ້ເປັນແບບຢ່າງໃຫ້ຊາວໜຸ່ມລາວ ທັງເປັນແບບຢ່າງໃຫ້ກັບຜູ້ນຳໃນຍຸກຕໍ່ໆໄປ…
