ເວລາປະມານ 18:30 ນາທີ ຂອງວັນທີ 27/12/2022 ໄດ້ມີເຫດຍິ ງກັນເສ ຍຊີວິ ດ 2 ຄົນ ທີ່ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ.
+ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ ( ຝົນ ) ອາຍຸ34 ປີ ອາຊີບຄ້າຂາຍຢູ່ບ້ານສວນສະຫວັນ ນະຄອນປາກເຊ +ຜູ້ທີ 2 ຊື່ ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ເປັນຕຳຫລວດ.
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດທັງ 2 ແມ່ນມີການພົວພັນແບບຊູ້ສາວ;
ໃນຕອນເກີດເຫດ ທ້າວ ປະສານສັກ ຂີ່ລົດຈັກເຂົ້າມາຫານາງ ຄຳຟອງ ຢູ່ເຮືອນ ມີຫຼັກສະນະມຶນເມົາ ມີປືນ AK ມາພ້ອມ ແລ້ວກໍ່ໄດ້ເຫັນ ນາງ ຄຳຟອງ ກຳລັງນັ່ງກິນເຂົ້າກັບຄອບຄົວ ເຊິ່ງມີຜົວ ແລະ ລູກອາຍຸ 5 ປີ ແລະ 3 ປີ,

ຈາກນັ້ນ ທ້າວ ປະສານສັກ ໄດ້ປົດປືນອອກຈາກບ່າ ແລ້ວຍິງຂຶ້ນຟ້າ 3 ນັດ ແລ້ວໄດ້ເວົ້າກັບນາງ ຄຳຟອງ ວ່າ ເອົາບໍ່ຄົນລະລູກ;

ຈາກນັ້ນ ຜູ້ກ່ຽວໄດ້ຍິ ງໃສ່ຫົວນາງຄຳຟອງ 1 ນັດ ແລ້ວຍິ ງໃສ່ຕົນເອງ 1 ນັດ ເສ ຍຊີວິ ດຄາທີ່.
ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ.

ຊົມຄລິບ