ເຫດວຸ້ນວາຍ! ເມື່ອຜູ້ໂດຍສານມີປາກສຽງ ແລະ ຕີກັນເທິງເຮືອບິນ, ເຮືອບິນດັ່ງກ່າວແມ່ນເດີນທາງຈາກບາງກອກ, ປະເທດໄທ ໄປ ໂກກາຕາ, ອິນເດຍ.

ເຫດວຸ້ນວາຍຄັກ!

ເມື່ອວັນທີ 28/12/2022 ສຳນັກຂ່າວ ອິນເດຍທູເດ ໄດ້ລາຍງານວ່າ ມີຊາຍ 2 ຄົນ ກຳລັງຜິດຖຽງກັນຢູ່ເທິງເຮືອບິນ ເຊິ່ງພະນັກງານຂອງສາຍການບິນກໍເຂົ້າໄປຫ້າມແຕ່ບໍ່ເປັນຜົນ

ເຮັດໃຫ້ຜູ້ໂດຍສານຄົນອື່ນຕ່າງກໍງົງກັບເຫດທີ່ເກີດຂຶ້ນ ແລະ ກໍມີບາງຈຳນວນບັນທຶກພາບ ແລະ ວີດີໂອນຳມາເຜີຍແຜ່ອອກສູ່ສັງຄົມອອນລາຍ.

ກ່ອນລົງມື, ຊາຍຄົນໜຶ່ງເວົ້າວ່າ ມິດແລ່ວນັ່ງລົງ ແລະ ອີກຄົນໜຶ່ງເວົ້າວ່າ ວາງມືລົງ ຕໍ່ຈາກນັ້ນກໍໄດ້ມີການລົງມືຕາມວີດີໂອ.

ເບື້ອງຕົ້ນທາງສາຍການບິນ ຍັງບໍ່ມີການອອກມາລາຍງານຕໍ່ກັບເຫດການນີ້.

ຊົມຄຼິບ.

ວີດີໂອຈາກ Twitter

Related Posts

Leave a Reply

Your email address will not be published. Required fields are marked *