ນາຍົກລັດຖະມົນຕີ ຈະອຸທິດສະຕິປັນຍາ ເພື່ອພັດທະນາປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ນາຍົກລັດຖະມົນຕີ ຈະອຸທິດສະຕິປັນຍາ ເພື່ອພັດທະນາປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ຕອນແລງວັນທີ 30 ທັນວາ 2022 ຜ່ານມາ. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຄົນໃໝ່) ໄດ້ມີຄໍາເຫັນກ່າວຮັບຕໍາແໜ່ງ ມີບາງຕອນສໍາຄັນ.

ວ່າ:.ນີ້ແມ່ນການມອບໝາຍ ຄວາມຮັບຜິດຊອບການເມືອງທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍທົດສອບໃຫຍ່ຫຼວງ;

ໃນຖານະເປັນຫົວໜ້າລັດຖະບານ ຊຸດທີ IX ຈະສືບຕໍ່ປະຕິບັດໜ້າທີ່ບໍລິຫານ, ປົກປັກຮັກສາ, ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທີ່ພັກປະຊາຊົນປະຕິວັດລາວໄດ້ກຳນົດໄວ້..ພ້ອມນີ້, ທ່ານນາຍົກລັດຖະມົນຕີ.

ກໍໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານວ່າ: ຢືນຕໍ່ໜ້າຄັນທຸງອັນສະຫງ່າລາສີ ແລະ ສັກກະລາບູຊາ, ຕໍ່ໜ້າການນໍາຂັ້ນສູງພັກ-ລັດ ແລະ ອະດີດການນໍາພັກ-ລັດ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ບັນດາທ່ານແຂກທີ່ມີກຽດ. ຂ້າພະເຈົ້າ,

ຈະເຊີດຊູມານະຈິດປະຕິວັດ ບຸກໃຫ້ສູງກວ່າກ່ອນເວລາໃດໝົດ, ຮ່ວມກັບສາມາຊິກລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ.

#TargetMagazine

Related Posts

Leave a Reply

Your email address will not be published. Required fields are marked *