🔥 ຂ່າວດີ !!! ອອກໃໝ່ລ່າສຸດ ! ສໍານັກຂ່າວ ທີ່ມີຊື່ສຽງ ຂອງປະເທດ ອາເມລິກາ CNN Travel ຈັດອັນດັບ ແນະນໍາ ຈຸດໝາຍປາຍທາງ ການທ່ອງທ່ຽວ ທີ່ດີທີ່ສຸດ ທີ່ຄວນໄປທ່ຽວ ໃນປີ 2023 ! ຜົນປະກົດອອກມາວ່າ ສປປ ລາວ ເປັນໜຶ່ງໃນຈໍານວນ 23 ປະເທດ ທີ່ຕິດອັນດັບ ຈຸດຫມາຍປາຍທາງການທ່ອງທ່ຽວທີ່ດີທີ່ສຸດ ປີ 2023 ດັ່ງລາຍລະອຽດຕໍ່ໄປນີ້:
1. Poland 🇵🇱
2. Western Australia 🇦🇺
3. Liverpool, England 🏴
4. Charleston, South Carolina 🇺🇸
5. Vilnius, Lithuania 🇱🇹
6. Fiji 🇫🇯
7. Manaus, Brazil 🇧🇷
8. Thessaloniki, Greece 🇬🇷
9. Rwanda 🇷🇼
10. Gothenburg, Sweden 🇸🇪
11. Ras al-Khaimah, United Arab Emirates 🇦🇪
12. Laos 🇱🇦
13. Gruyères, Switzerland 🇨🇭
14. Minneapolis, Minnesota 🇺🇸
15. Bogotá, Colombia 🇨🇴
16. Mustang Valley, Nepal 🇳🇵
17. Tanzania 🇹🇿
18. Cairo, Egypt 🇪🇬
19. Naoshima, Japan 🇯🇵
20. Belize 🇧🇿
21. Oaxaca, Mexico 🇲🇽
22. Ottawa, Canada 🇨🇦
23. Uganda 🇺🇬
ເຫດຜົນ ທີ່ສປປ ລາວ ຕິດອັນດັບ ແມ່ນຍ້ອນ ມີທີ່ຕັ້ງຢູ່ໃນ ວົງວຽນ ການທ່ອງທ່ຽວ ເຊັ່ນ ໄທ, ຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ຈີນ, ບວກໃສ່ກັບ ການເປີດເສັ້ນທາງລົດໄຟ ຄວາມໄວສູງ ເຮັດໃຫ້ການເດີນທາງ ສູ່ແຫລ່ງທ່ອງທ່ຽວຕ່າງໆ ເຮັດໄດ້ງ່າຍຂຶ້ນ ໄວຂຶ້ນ.
ມີຫຼາຍສິ່ງ ທີ່ນັກທ່ອງທ່ຽວ ສາມາດສໍາຜັດ ເຊັ່ນ ພູຜາທີ່ສວຍງາມ ຢູ່ວັງວຽງ, ເມືອງມໍລະດົກໂລກ ຫຼວງພະບາງ ທີ່ມີຕຶກຝຣັ່ງເກົ່າ, ມີວັດວາອາຮາມ ແລະ ທໍາມະຊາດ ທີ່ສວຍງາມ. ໄປຕໍ່ທີ່ ທົ່ງໄຫຫີນ ທີ່ນ່າແປກປະຫຼາດ ຢູ່ແຂວງຊຽງຂວາງ ຫຼື ສາມາດໄປທົດລອງ ປະສົບການທີ່ແຕກຕ່າງ ເຮືອນຕົ້ນໄມ້ ແລະເບິ່ງຄ່າລີງ ຢູ່ແຂວງບໍ່ແກ້ວ ເປັນຕົ້ນ.
ພາຍຫຼັງ ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງເຊື້ອໂຄວິດ-19 ເປັນເວລາ 3 ປີ, ອົງການທ່ອງທ່ຽວໂລກ ຂອງສະຫະປະຊາຊາດ ຫຼື United Nations World Tourism Organization ຄາດການໄວ້ວ່າ ຕົວເລກນັກທ່ອງທ່ຽວສາກົນ ຈະເພີ່ມເປັນ 64% ພາຍຫຼັງ ປີ 2022 !!!
ທ່ານສາມາດ ອ່ານລາຍລະອຽດເພີ່ມຕື່ມ ຢູ່ລິ້ງກ້ອງຄອມເມັ້ນ.
ອັບເດດ 01/01/2023
ແປໂດຍ: FM 90